ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວັນ​ຟຸກ ຍ້ອງ​ຍໍຊົມ​ເຊີຍ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ໃນ​ແນວ​​ຮົບ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19

(VOVWORLD) -ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໃນຕະຫຼອດໄລຍະ 1 ປີເຄິ່ງທີ່ຜ່ານມາ, ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນ, ຜ່ານໜັງສືພິມ, ບັນດາລາຍການຂ່າວໂທລະພາບ ແລະ ກະຈາຍສຽງ, ບັນດາການນຳພັກ, ລັດ ແລະ ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ລ້ວນແຕ່ເຫັນແຈ້ງບົດບາດທີ່ສຳຄັນ, ແລະຂາດບໍ່ໄດ້ຂອງສື່ມວນຊົນໃນແນວຮົບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້.
ທ່ານ​ປະ​ທານ​ປະ​ເທດ ຫວຽດນາມ ຫງວຽນ​ຊວັນ​ຟຸກ ຍ້ອງ​ຍໍຊົມ​ເຊີຍ​ບັນ​ດາ​ອົງ​ການ​ສື່ມວນ​ຊົນ​ໃນ​ແນວ​​ຮົບ​ປ້ອງ​ກັນ, ສະ​ກັດ​ກັ້ນ​ໂລກ​ລະ​ບາດ​ໂຄວິດ - 19 - ảnh 1ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ (ພາບ: TTXVN)

ເນື່ອງໃນໂອກາດສະເຫຼີມສະຫຼອງ 96 ປີແຫ່ງວັນສື່ມວນຊົນການປະຕິວັດ ຫວຽດນາມ  (ວັນທີ 21 ມິຖຸນາ 1925 – 21 ມິຖຸນາ 2021), ເມື່ອຕອບສຳພາດຕໍ່ນັກຂ່າວ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ຍ້ອງຍໍຊົມເຊີຍບັນດາອົງການສື່ມວນຊົນ, ນັກຂ່າວທີ່ເຂົ້າຮ່ວມການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

ທ່ານປະທານປະເທດ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ ໃນຕະຫຼອດໄລຍະ 1 ປີເຄິ່ງທີ່ຜ່ານມາ, ນັບແຕ່ເວລາໂລກລະບາດໂຄວິດ - 19 ເກີດຂຶ້ນ, ຜ່ານໜັງສືພິມ, ບັນດາລາຍການຂ່າວໂທລະພາບ ແລະ ກະຈາຍສຽງ, ບັນດາການນຳພັກ, ລັດ ແລະ ພໍ່ແມ່ປະຊາຊົນ, ນັກຮົບໃນທົ່ວປະເທດ ລ້ວນແຕ່ເຫັນແຈ້ງບົດບາດທີ່ສຳຄັນ, ແລະຂາດບໍ່ໄດ້ຂອງສື່ມວນຊົນໃນແນວຮົບປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ໄດ້. ບັນດານັກຂ່າວຂອງບັນດາອົງການສື່ມວນຊົນ ບໍ່ພຽງແຕ່ໄດ້ຖ່າຍທອດບັນດາການຊີ້ນຳ, ລັດຖະນະໂຍບາຍຂອງພັກ, ລັດກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດຢ່າງຊັດເຈັນ, ໄວວາ, ທັນການເທົ່ານັ້ນ ຫາກຍັງຍອມຮັບຄວາມສ່ຽງເພື່ອມີໜ້າຢູ່ບັນດາແນວໜ້າປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19 ຢູ່ເຂດຊາຍແດນ, ບັນດາເຂດແຍກຕົວ ແລະ ບັນດາຈຸດໃຈກາງຂອງໂລກລະບາດຄື ດ່ານັ້ງ, ຫ໋າຍເຢືອງ, ບັກຢາງ, ນະຄອນໂຮ່ຈີມິນ… ເພື່ອສ່ອງແສງສະພາບການຢູ່ເຂດເກີດໂລກລະບາດໄດ້ຢ່າງທັນການ.

ຕອບກັບ

ຂ່າວ/ບົດ​ອື່ນ