ທ່ານປະທານປະເທດ ເຂົ້າຮ່ວມລາຍການ “ລະດູບານໃໝ່ເຂດຊາຍແດນ - ສ້າງຄວາມອົບອຸ່ນໃຫ້ຊາວທ້ອງຖິ່ນ”

(VOVWORLD) - ກ່າວຄຳເຫັນທີ່ລາຍການ, ທ່ານປະທານປະເທດ ເນັ້ນໜັກວ່າ: ແຕ່ລະປີ, ໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ, ລາຍການ “ລະດູບານໃໝ່ເຂດຊາຍແດນ - ສ້າງຄວາມອົບອຸ່ນໃຫ້ຊາວທ້ອງຖິ່ນ”  ໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ ຢູ່ບັນດາເຂດຊາຍແດນ, ໝູ່ເກາະ...
ທ່ານປະທານປະເທດ ເຂົ້າຮ່ວມລາຍການ “ລະດູບານໃໝ່ເຂດຊາຍແດນ - ສ້າງຄວາມອົບອຸ່ນໃຫ້ຊາວທ້ອງຖິ່ນ” - ảnh 1ການສະແດງສິລະປະທີ່ລາຍການ

ຕອນຄ່ຳວັນທີ 20 ມັງກອນ, ຢູ່ນະຄອນ ຮ່າຕຽນ, ແຂວງ ກຽນຢາງ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ເຂົ້າຮ່ວມລາຍການ  “ລະດູບານໃໝ່ເຂດຊາຍແດນ - ສ້າງຄວາມອົບອຸ່ນໃຫ້ຊາວທ້ອງຖິ່ນ” ປີ 2024. ລາຍການໂດຍກອງບັນຊາການທະຫານປ້ອງກັນຊາຍແດນ ແລະ ຄະນະກຳມະການປະຊາຊົນແຂວງ ກຽນຢາງ ສົມທົບກັນຈັດຂຶ້ນ.

          ກ່າວຄຳເຫັນທີ່ລາຍການ, ທ່ານປະທານປະເທດ ເນັ້ນໜັກວ່າ: ແຕ່ລະປີ, ໃນໂອກາດບຸນເຕັດ, ລະດູບານໃໝ່ວຽນມາ, ລາຍການ “ລະດູບານໃໝ່ເຂດຊາຍແດນ - ສ້າງຄວາມອົບອຸ່ນນ້ຳໃຫ້ຊາວທ້ອງຖິ່ນ”  ໄດ້ຈັດຂຶ້ນຢ່າງຟົດຟື້ນມ່ວນຊື່ນ ຢູ່ບັນດາເຂດຊາຍແດນ, ໝູ່ເກາະ, ແມ່ນພະຍານຫຼັກຖານທີ່ມີຊີວິດຊີວາກ່ຽວກັບນ້ຳໃຈສາມັກຄີຂອງທະຫານ, ປະຊາຊົນ, ກ່ຽວກັບຄວາມສະໜິດຕິດພັນລະຫວ່າງກອງທັບ ແລະ ປະຊາຊົນ ພ້ອມກັບພໍ່ແມ່ປະຊາຊົນບັນດາເຜົ່າ, ທ່ານກ່າວວ່າ:

          “ລາຍການໄດ້ນຳມາເຊິ່ງຄວາມປິຕິຊົມຊື່ນ, ບັນຍາກາດຟົດຟື້ນໃຫ້ແກ່ພໍ່ແມ່ປະຊາຊົນບັນດາເຜົ່າເຂດຊາຍແດນ, ທະເລ, ໝູ່ເກາະເມື່ອລະດູບານໃໝ່ວຽນມາ. “ຊາຍຄາອັຍອົບອຸ່ນຢູ່ເຂດຊາຍແດນ” ນັບຮ້ອຍຫຼັງ, ບັນດາລາຍການກວດປິ່ນປົວພະຍາດ, ສະໜອງຢຸກຢາໂດຍບໍ່ເກັບຄ່າ, ຂອງຂວັນໝື່ນພູດໃຫ້ແກ່ບັນດາຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກ, ທຶນການສຶກສາໄດ້ມອບໃຫ້ບັນດາພວກນ້ອງນັກຮຽນປະສົບກັບຄວາມຫຍຸ້ງຍາກ ດ້ວຍມູນຄ່ານັບຫຼາຍຕື້ດົ່ງ... ຂ້າພະເຈົ້າເຊື່ອໝັ້ນວ່າ ນີ້ແມ່ນບັນດາຂອງຂວັນທີ່ມີຄວາມໝາຍ, ແມ່ນຄວາມເອົາໃຈໃສ່, ການລະດົມກຳລັງໃຈແທດຈິງ, ສ້າງຄວາມອົບອຸ່ນໃຫ້ທະຫານ ແລະ ປະຊາຊົນ. ຂ້າພະເຈົ້າຫວັງວ່າ ມູນເຊື້ອເມດຕາຂອງຊາດນັບມື້ນັບໄດ້ແຜ່ຂະຫຍາຍໃນສັງຄົມຢ່າງກ້ວາງຂວາງ”.

                                                                                     

ຕອບກັບ

ຂ່າວ/ບົດ​ອື່ນ