ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດມິດຕະພາບພິເສດ ຫວຽດນາມ - ຍີ່ປຸ່ນ

(VOVWORLD) -ຕອນບ່າຍວັນທີ 6 ກັນຍາ,  ຢູ່ທໍານຽບປະທານປະເທດ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Ryotaro Sugi ເອກອັກລັດຖະທູດມິດຕະພາບພິເສດຫວຽດນາມ - ຍີ່ປຸ່ນ ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ຫວຽດນາມ.

ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕ້ອນຮັບເອກອັກຄະລັດຖະທູດມິດຕະພາບພິເສດ ຫວຽດນາມ - ຍີ່ປຸ່ນ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງຕ້ອນຮັບທ່ານ Ryotaro Sugi ເອກອັກລັດຖະທູດມິດຕະພາບພິເສດຫວຽດນາມ - ຍີ່ປຸ່ນ

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຕີລາຄາສູງບັນດາການປະກອບສ່ວນຢ່າງຕັ້ງໜ້າຂອງທ່ານ Ryotaro Sugi ສໍາລັບການພົວພັນມິດຕະພາບ ລະຫວ່າງຫວຽດນາມ - ຍີ່ປຸ່ນ ໃນໄລຍະກວ່າ 30 ປີຜ່ານມາ ຜ່ານບັນດາການເຄື່ອນໄຫວທີ່ມີຄວາມໝາຍ, ໂດຍສະເພາະແມ່ນບັນດາຂົງເຂດວັດທະນະທໍາ, ສະແດງສິລະປະ, ພົບປະແລກປ່ຽນປະຊາຊົນ... ທ່ານປະທານປະເທດ ປາດຖະໜາວ່າ ໃນໄລຍະຈະມາເຖິງ, ດ້ວຍອິດທິພົນຊື່ສຽງຂອງຕົນ, ທ່ານເອກອັກຄະລັດຖະທູດຈະສືບຕໍ່ມີບັນດາຂໍ້ລິເລີ່ມ ແລະ ການເຄື່ອນໄຫວອັນແທດຈິງ ເພື່ອປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນວຽກງານຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດອັນເລິກເຊິ່ງກວ້າງຂວາງລະຫວ່າງສອງປະເທດ, ໂດຍສະເພາະແມ່ນໃນຂົງເຂດວັດທະນະທໍາ, ສະແດງສິລະປະ, ພົບປະແລກປ່ຽນປະຊາຊົນ ແລະ ການຮ່ວມມືລະຫວ່າງບັນດາທ້ອງຖິ່ນສອງປະເທດ ແລະ ຍູ້ແຮງການໂຄສະນາຮູບພາບຂອງຫວຽດນາມຢູ່ ຍີ່່ປຸ່ນ.

        ສ່ວນທ່ານ ເອກອັກຄະລັດຖະທູດ Ryotaro Sugi ໃຫ້ຮູ້ວ່າ ການຢ້ຽມຢາມຫວຽດນາມຄັ້ງນີ້ ຈະຈັດຕັ້ງ ງານຄອນເຊີດ ຫວຽດນາມ - ຍີ່ປຸ່ນ ເພື່ອສະເຫຼີມສະຫຼອງ 45 ປີ ແຫ່ງວັນສ້າງຕັ້ງການພົວພັນທາງການທູດລະຫວ່າງສອງປະເທດ. ທ່ານເອກອັກຄະລັດຖະທູດໃຫ້ຮູ້ວ່າ ຈະເຮັດຈົນສຸດຄວາມສາມາດຂອງຕົນ ເພື່ອຊຸກຍູ້ການພົວພັນຮ່ວມມືມິດຕະພາບລະຫວ່າງຫວຽດນາມ - ຍີ່ປຸ່ນ ໃຫ້ນັບມື້ນັບພັດທະນາ.

ຕອບກັບ

ຂ່າວ/ບົດ​ອື່ນ