ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ເກີນເຢີ ນະຄອນ ໂຮ່ຈີມິນ

ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ເກີນເຢີ ນະຄອນ ໂຮ່ຈີມິນ - ảnh 1
ທ່ານປະທານປະເທດ ເຈີ່ນດ້າຍກວາງ ພົບປະກັບ
ຜູ້ມີສິດເລືອກຕັ້ງເມືອງ ເກີນເຢີ ນະຄອນ ໂຮ່ຈີມິນ

(vovworld) - ​ ​ ​ໂດຍ​ປະ​ຕິ​ບັດ​ລາຍ​ການ​ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ກ່ອນ​ທີ່​ດຳ​ເນີນກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3, ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14, ວັນ​ທີ 26/04 ທ່ານ​ປະ​ທານ​ປະ​ເທດ ຫວຽດ​ນາມ ເຈີ່ນ​ດ້າຍກວາ​ງ ພ້ອມ​ດ້ວຍ​ຄະ​ນະ​ຜູ້​ແທນ​ສະ​ພາ​ແຫ່ງ​ຊາດ​ນະ​ຄອນ ໂຮ່​ຈີ​ມິນ ລົງ​ພົບ​ປະ​ກັບ​ຜູ້ມີ​ສິດ​ເລືອກ​ຕັ້ງ​ເມືອງ ເກີນ​ເຢີ ເພື່ອ​ແຈ້ງ​ບັນ​ດາ​ເນື້ອ​ໃນ​ຕົ້ນ​ຕໍ​ໃນ​ກອງ​ປະ​ຊຸມ​ສະ​ໄໝ​ສາ​ມັນ​ເທື່ອ​ທີ 3 ສະ​ພາ​ແຫ່ງ​ຊາດ​ຊຸດ​ທີ 14. ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ເກີນ​ເຢີ ສະ​ແດງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຕໍ່​ແນວ​ທາງ​​ການນຳ​ພາ​ຂອງ​ພັກ, ການ​ຊີ້​ນຳ, ການ​ບໍ​ລິ​ຫານ​​ມີ​ຄວາມ​ຮັບ​ຜິດ​ຊອບ​ສູງ​​ຂອງ​ສະ​ພາ​ແຫ່ງ​ຊາດ, ລັດ​ຖະ​ບານ. ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເນັ້ນ​ໜັກ​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຄຳ​ເຫັນ​ຫລາຍ​ຢ່າງ​ຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ນັ້ນແມ່ນ​ ກ່ອນ​ອື່ນ​ໝົ​ດ​ພວກ​ເຮົາຕ້ອງສຸມ​ໃສ່​ປັບ​ປຸງ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ. ສູນ​ກາງ ແລ​ະ ນະ​ຄອນ​ພວ​ມ​ສົ່ງ​ເສີມ ເພື່ອ​​ສ້າງສຳ​ເລັດ​ຂົວ ເກີນ​ເຢີ - ​ຍ່າ​ແບ ໂດຍ​ໄວ, ເມື່ອ​ກໍ່​ສ້າງສຳ​ເລັດ​ແລ້ວ ຂົວ​ດັ່ງ​ກ່າວ​​ປ່ຽນ​ແປງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ, ພ້ອມ​ກັນ​ນັ້ນແມ່ນ​ຂົວ ບີງ​ແຈ໋ງ - ຍາ​ແບ. ເພາະ​ສະ​ນັ້ນ ບັນ​ຫາ​ລົງ​ທຶນ​ພັດ​ທະ​ນາ​ພື້ນ​ຖານ​ໂຄງ​ລ່າງ​ຄົມ​ມະ​ນາ​ຄົມ​ແມ່ນ​ບັນ​ຫາ​ຮີບ​ເຮັ່ງ​ທີ່​ສຸດ ”.


ຕອບກັບ

ຂ່າວ/ບົດ​ອື່ນ