ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມກຳລັງປະກອບອາວຸດທະຫານເຂດ 1

(VOVWORLD) - ຕອນເຊົ້າວັນທີ 18 ທັນວາ, ທ່ານປະທານປະເທດ ຫວຽດນາມ ເຈີ່ນດ້າຍກວາງ ໄດ້ລົງຢ້ຽມຢາມ ແລະ ເຮັດວຽກກັບກຳລັງປະກອບອາວຸດທະຫານເຂດ 1.
ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມກຳລັງປະກອບອາວຸດທະຫານເຂດ 1 - ảnh 1 ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢ້ຽມຢາມກຳລັງປະກອບອາວຸດທະຫານເຂດ 1

ໃນຕະຫລອດໄລຍະປະຫວັດສາດທີ່ອົງອາດກ້າຫານຂອງປະເທດຊາດ, ຫວຽດບັກ ແມ່ນບໍລິເວນມີທີ່ຕັ້ງຍຸດທະສາດສຳຄັນພິເສດ. ຫວຽດບັກ - ທະຫານເຂດ 1 ໄດ້ຮັບການເລືອກເຟັ້ນເປັນຖານທີ່ໝັ້ນປະຕິວັດຈາກສູນກາງພັກກອມມູນິດ ຫວຽດນາມ ແລະ ປະທານໂຮ່ຈີມິນ.

        ກ່າວຄຳເຫັນທີ່ການເຮັດວຽກ, ທ່ານປະທານປະທດ ເຈີ່ນດ້າຍກວາງ ສະເໜີກຳລັງປະກອບອາວຸດທະຫານເຂດ 1 ເປັນເຈົ້າການກຳແໜ້ນ, ໄຈ້ແຍກ, ຕີລາຄາ, ຄາດຄະເນສະພາບການໃຫ້ຊັດເຈນ ເພື່ອເປັນເສນາທິການໃຫ້ຄະນະພັກການທະຫານສູນກາງ, ກະຊວງປ້ອງກັນປະເທດ ສະເໜີຕໍ່ພັກ, ລັດ ບັນດາມາດຕະການໃຫຍ່ກ່ຽວກັບໜ້າທີ່ການທະຫານ, ການປ້ອງກັນຊາດ, ປົກປັກຮັກສາປະເທດຊາດໃນບໍລິເວນ.ຜ່ານນັ້ນ, ປະກອບສ່ວນປົກປັກຮັກສາເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນຂອງປະເທດໄວ້ຢ່າງໝັ້ນຄົງ, ປົກປ້ອງພັກ, ລັດ, ປະຊາຊົນ ແລະ ລະບອບລັດທິສັງຄົມນິຍົມ, ຮັກສາສະຖຽນລະພາບດ້ານການເມືອງ, ສະພາບແວດລ້ອມສັນຕິພາບໃຫ້ໝັ້ນຄົງ ເພື່ອສ້າງສາ, ພັດທະນາປະເທດຊາດ. 

ຕອບກັບ

ຂ່າວ/ບົດ​ອື່ນ