ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກກັບ ກົມຕຳຫຼວດທະເລ ຫວຽດນາມ

ທ່ານປະທານປະເທດ ເຈືອງເຕີນຊາງ ຢ້ຽມຢາມ ແລະ ເຮັດວຽກກັບ ກົມຕຳຫຼວດທະເລ ຫວຽດນາມ - ảnh 1

ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢ້ຽມຢາມ ​ແລ​ະ​ ​ເຮັດ​ວຽກ​ກັບ​ກົມ​ຕຳຫຼວດ​ທະ​ເລ​ຫວຽດນາມ
(ພາບ: truongtansang.net)

(vovworld) – ຕອນ​ບ່າຍວັນ​ທີ 5/3, ທ່ານ​ປະທານ​ປະ​ເທດຫວຽດນາມ ​ເຈືອງ​ເຕີນ​ຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ກັບ​ພະນັກງານ, ນັກຮົບ​ກົມ​ຕຳຫຼວດ​ທະ​ເລ​ຫວຽດນາມ. ຢູ່​ທີ່​ນີ້, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ​ເພື່ອ​ປະຕິບັດ​ບົດບາດ​ໜ້າ​ທີ່​ເປັນ​ຢ່າງ​ດີ, ສ້າງກຳລັງ​ຢ່າງ​ໝັ້ນຄົງ, ຕຳຫຼວດ​ທະ​ເລ​ຫວຽດນາມ ຄວນ​ສົບ​ທົບ​ກັບ​ກຳລັງ​ທະ​ເລ​ຂອງ​ຫວຽດນາມ​ກ່ວາ​ອີກ, ຍູ້​ແຮງ​ບັນດາ​ການ​ເຄື່ອນ​ໄຫວ​ກວດກາ, ​ເດັດ​ດຽວ​ປົກ​ປັກ​ຮັກສາ​ສິດ​ອະທິປະ​ໄຕ, ສິດ​ຕັດສິນ​ອັນ​ຖື​ກຕ້ອງ ຂອງ​ຫວຽດນາມ, ຮັບປະກັນ​ຄວາມ​ປອດ​ໄພ​ໃຫ້​ແກ່​ບັນດາ​ອົງການ​ຈັດ​ຕັ້ງ, ສ່ວນ​ບຸກຄົນ​ເຄື່ອນ​ໄຫວ​ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ​ໃນ​ເຂດ​ທະ​ເລ​ຫວຽດນາມ, ປົກປັກ​ຮັກສາ​ຄວາມ​ໝັ້ນຄົງ​ຄວາມ​ເປັນ​ລະ​ປຽບ​ຮຽບຮ້ອຍ, ຄວາມ​ປອດ​ໄພ, ປົກ​ປັກ​ຮັກສາ​ຊັບພະຍາກອນ​ທຳ​ມະ​ຊາດ, ປ້ອງ​ກັນ, ຕ້ານ​ມົນ​ລະ​ຜິດ​ສິ່ງ​ແວດ​ລ້ອມ, ສະກັດ​ກັ້ນ, ຕໍ່​ສູ້​ຕ້ານ​ບັນດາ​ການ​ກະທຳ​ທີ່​ລະ​ເມີດ​ກົດໝາຍ​​ໃນ​ເຂດທະ​ເລ. ຕຳຫຼວດ​ທະ​ເລ​ຫວຽດນາມ ຄວນ​ເປັນ​ເຈົ້າ​ການ​ຍູ້​ແຮງ​ການ​ຮ່ວມ​ມື​ສາກົນ, ພິ​ເສດ​ແມ່ນ​ກັບ​ບັນດາ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ, ດ້ວຍ​ຈຸດໝາຍ​ປົກປັກ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​ລະຫວ່າງ​ບັນດາ​ປະ​ເທດ​ບົນ​ພື້ນຖານ​ກົດໝາຍ​ສາກົນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ກໍ​ຮຽກຮ້ອງ​ໃຫ້​ຕຳຫຼວດ​ທະ​ເລ​ຫວຽດນາມ ​ເອົາ​ໃຈ​ໃສ່ວຽກ​ງານ​ໂຄສະນາ​ເຜີຍ​ແຜ່, ສື​ກສາ​ກົດໝາຍ​ໃຫ້​ແກ່​ປະຊາຊົນ​ເຄື່ອນ​ໄຫວ​ບົນ​ທະ​ເລ​ ​ແລະ ພາຫະນະ​ເຄື່ອນ​ໄຫວ​​ໃນ​ເຂດ​ທະ​ເລ ​ແລະ ​ໄຫຼ່​ທະວີບ​ຂອງ​ຫວຽດນາມ ຢ່າງ​ຖືກຕ້ອງ​ຕາມ​ກົດໝາຍ.


ຂ່າວ/ບົດ​ອື່ນ