ທ່ານປະທານປະເທດຈີນສີຈີ້ນຜິງຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) -ໂດຍໄດ້ຮັບຄຳເຊີນຂອງທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ ຫງວຽນຟຸ໋ຈ້ອງ ແລະ ທ່ານປະທານປະເທດ ເຈີ່ນດ້າຍກວາງ, ທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ ໄດ້ມີການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດການນຳບັນດາພື້ນຖານເສດຖະກິດ APEC ຄັ້ງທີ 25 ຢູ່ດ່ານັ້ງ, ໃນລະຫວ່າງວັນທີ 10 – 13 ພະຈິກ.

ທ່ານປະທານປະເທດຈີນສີຈີ້ນຜິງຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 ທ່ານ ທາງກົ໋ວແຈງ, ປະທານສະພາຮ່ວມມືເສດຖະກິດປາຊີຟິກ

(ພາບປະກອບ)

ສິ່ງດັ່ງກ່າວໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງການນຳສູງສຸດຈີນ ກັບການຮັກສາທ່າພັດທະນາ, ການຮ່ວມມືໃນ APEC ກໍ່ຄືຄວາມສະໜິດຕິດພັນຂອງການນຳ APEC ສຳລັບບັນດາວິສາຫະກິດ. ຕີລາຄາກ່ຽວກັບການຢ້ຽມຢາມ, ທ່ານ ທາງກົ໋ວແຈງ, ປະທານສະພາຮ່ວມມືເສດຖະກິດປາຊີຟິກ, ຢືນຢັນວ່າ.

        “ໃນຂົງເຂດເສດຖະກິດ, 2 ຝ່າຍໄດ້ມີການພົວພັນຢ່າງສະໜິດແໜ້ນ. ປະຈຸບັນ, ຈີນ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ອັນດັບໜຶ່ງຂອງຫວຽດນາມ, ມີຈຳນວນນັກທ່ອງທ່ຽວເຂົ້າມາຢ້ຽມຢາມ ຫວຽດນາມ ຫຼາຍທີ່ສຸດ. ໃນຂະນະນັ້ນ, ຫວຽດນາມ ແມ່ນຄູ່ຮ່ວມມືດ້ານການຄ້າໃຫຍ່ສຸດຂອງຈີນ ໃນອາຊຽນ. ນອກນັ້ນ, ການແລກປ່ຽນການຄ້າຊາຍແດນລະຫວ່າງ 2 ຝ່າຍກໍ່ຟົດຟື້ນທີ່ສຸດ. ຂ້າພະເຈົ້າຖືວ່າ, ການຢ້ຽມຢາມຫວຽດນາມ ຂອງທ່ານປະທານປະເທດຈີນ ສີຈີ້ນຜິງ ຄັ້ງນີ້ ຈະຊ່ວຍໃຫ້ 2 ປະເທດຊຸກຍູ້ດ້ານການຄ້າກວ່າອີກ”.

        ນັບແຕ່ວັນທີ 03 ພະຈິກເປັນຕົ້ນມາ, ສື່ມວນຊົນຈີນ ໄດ້ໃຫ້ຂ່າວກ່ຽວກັບການຢ້ຽມຢາມທາງລັດຖະກິດເຖິງຫວຽດນາມ ແລະ ເຂົ້າຮ່ວມກອງປະຊຸມສຸດຍອດ APEC ຄັ້ງທີ 25 ຂອງທ່ານເລຂາທິການໃຫຍ່, ປະທານປະເທດຈີນ ສີຈີ້ນຜິງ.

ຕອບກັບ

ຂ່າວ/ບົດ​ອື່ນ