ທ່ານປະທານປະເທດເຂົ້າຮ່ວມພິທີໄຂງານບຸນປະເພນີເຈື່ອງອຽນປີ2016

ທ່ານປະທານປະເທດເຂົ້າຮ່ວມພິທີໄຂງານບຸນປະເພນີເຈື່ອງອຽນປີ2016 - ảnh 1
ປະທານປະເທດ ເຈີ່ນດ້າຍກວາງ ຕີກອງໄຂງານບຸນ
(ພາບ: dantri.com.vn)

(vovworld) – ຕອນ​ຄຳ່​ວັນ​ທີ 15/4, ຢູ່​ສູນ​ອະນຸລັກ​ຮັກສາ​ປູຊະນີຍະສະຖານ​ປະຫວັດສາດ ວັດທະ​ນະ​ທຳ​ກຸງ​ເກົ່າ ຮວາ​ລື, ​ແຂວງ ນີງບິ່ງ ​ໄດ້​ໄຂ​ງານ​ບຸນ​ປະ​ເພນີ ​ເຈື່ອງ​ອຽນ​ປີ 2016. ນີ້​​ແມ່ນ​ຄັ້ງ​ທຳ​ອິດ​ທີ່ງານ​ບຸນ ​ເຈ່ື່ອງອຽນ​ໄດ້​ຮັບ​ການ​ປະຕິບັດ​ຕາມ​ລາຍການ​ງານ​ບຸນ​ພາຍຫຼັງ​ທີ່ງານ​ບຸນ ​ເຈື່ອງ​ອຽນ ​ໄດ້​ຮັບ​ການ​ຮັບ​ຮອງຈາກ​ກະຊວງ​ວັດທະນະທຳ, ກິລາ ​ແລະ ທ່ອງ​ທ່ຽວ ​ແມ່ນ​ປູຊະນີຍະສະຖານ​ວັດທ​ະນະ​ທຳ​ບໍ່​ມີ​ຮູບ​ຮ່າງ​ລະດັບ​ຊາດ.

        ທ່ານ​ປະທານ​ປະ​ເທດ ​ເຈີ່ນ​ດ້ານ​ກວາງ ​ໄດ້​ຕີ​ກອງ​ໄຂ​ງານ​ບຸນ. ງານ​ບຸນ ​​ເຈື່ອງ​ອຽນ ​ໄດ້​ຮັບ​ການ​ຈັດ​ຕັ້ງ​ໃນ​ລະຫວ່າງ​ວັນ​ທີ 15 – 17/4 ດ້ວຍ​ການ​ເຄື່ອນ​ໄຫວ​ວັດທ​ະນະ​ທຳ, ສິລະ​ປະ, ການ​ລະ​ຫຼິ້ນ​ພື້ນ​ເມືອງ ​ເພື່ອ​ແນ​ໃສ່​ທົບ​ທວນຄືນ​ມູນ​ເຊື້ອ​ສ​້າງສາ ​ແລະ ປົກ​ປັກຮັກສາ​ປະ​ເທດ​ຊາດອັນ​ພິລະ​ອາດ​ຫານ​ຂອງ​ລຸ້ນພໍ່​ລຸ້ນອ້າຍ. ​ທັງ​ແມ່ນ​ໂອກາດ​ເພື່ອ​ໃຫ້​ປະຊາຊົນ​ສະ​ແດງ​ຄວາມ​ເຄົາລົບ​ນັບຖື, ຕອບ​ບຸນ​ແທນ​ຄຸນ​ຢ່າງ​ເລິກ​ເຊິ່ງຕໍ່​​ລຸ້ນກ່ອນ, ກໍ​ຄືລະດົມ​ກ​​ຳລັງ​ໃຈ​ລຸ້ນຄົນ​ໃນ​ປະຈຸ​ບັນ ​ແລະ ​ໃນ​ພາຍ​ພາກ​ໜ້າ​ສືບ​ຕໍ່​ຮັກສາ, ​ເສີມ​ຂະຫຍາຍ​ຄຸນຄ່າ​ດ້ານ​ປະຫວັດສາດ​ທີ່​ສຳຄັນ​ກ່ຽວ​ກັບ​ສະຕິ​​ແຫ່ງ​ຊາດ ​ແລະ ມູນ​ເຊື້ອອະລິຍະ​ທຳ​ທີ່​ມີ​ມານັບ​ພັນ​ປີ​ຂອງ​ບ້ານ​ເກີດ​ເມືອງ​ນອນ ​ແລະ ປະ​ເທດ​ຊາດ.


ຂ່າວ/ບົດ​ອື່ນ