ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe

ທ່ານປະທານປະເທດເຈີນດ້າຍກວາງຕ້ອນຮັບທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe - ảnh 1

ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງຕ້ອນ​ຮັບທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe

(vovworld)- ຕອນ​ບ່າຍ​ວັນ​ທີ 16/1, ຢູ່ ຮ່າ​ໂນ້ຍ, ເມື່ອ​ຕ້ອນ​ຮັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ Shinzo Abe ທີ່​ພວມ​ຢູ່​ຢ້ຽມ​ຢາມ​ຫວຽດ​ນາມ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ສະ​ແດງ​ຄວາມ​ປິ​ຕິ​ຊົມ​ຊື່ນ​ເມື່ອ​ເຫັນ​ວ່າ​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ຂວາງ​ລະ​ຫວ່າງ​ສອງ​ປະ​ເທດ​ພວມ​ພັດ​ທະ​ນາ​ຢ່າງ​ແຮງ ແລະ​ຮອບ​ດ້ານ, ແທດ​ຈິງ​ໃນ​ຫລາຍ​ຂົງ​ເຂດ​ດ້ວຍ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ​ກ່ຽວ​ກັບ​ດ້ານ​ການ​ເມືອງ. ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ຢືນ​ຢັນ ຫວຽດ​ນາມ ຖື​ເປັນ​ສຳ​ຄັນ​ການ​ພົວ​ພັນ​ຮ່ວມ​ມື​ຮອບ​ດ້ານ​ກັບ​ຍີ່​ປຸ່ນ ແລະ ຖື​ວ່ານີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ການ​ບຸ​ລິ​ມະ​ສິດ​ແຖວ​ຫ​ນ້າ​ໃນ​ນະ​ໂຍ​ບາຍ​ການ​ຕ່າງ​ປະ​ເທດ​ຂອງ​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ​ຖື​ວ່າ ສອງ​ຝ່າຍ​ຄວນ​ຮັກ​ສາ​​ການ​ຢ້ຽມ​ຢາມ ແລະ ພົບ​ປະ​ຂັ້​ນ​ສູງຄັ້ງ​ຕ່າງໆ​ລະ​ຫວ່າງ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ, ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ປ​ະ​ຊາ​ຊົນ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ປະ​ທາ​ນ​ປະ​ເທດ​ສະ​ເຫ​ນີ ສອງ​ຝ່າຍ​ສືບ​ຕໍ່​ສົມ​ທົບ​ກັນ​ຢ່າງ​ແຫ​ນ້ນ​ແຟ້ນ, ສະ​ຫ​ນັບ​ສະ​ຫ​ນູນ​ເຊິ່ງ​ກັນ ແລະ​ກັນ​ທີ່​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ແລະ ພາກ​ພື້ນ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ໃຫ້​ຮູ້​ວ່າ: ຍີ່​ປຸ່ນ ຖືກ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ພະ​ເຈົ້າ​ຈັກ​ກະ​ພັດ ຍີ່​ປຸ່ນ ແລະ ພະ​ລາ​ຊາ​ນີ​ຄາດ​ວ່າ​ດຳ​ເນີນ​ໃນ​ເດືອນ 3/2017 ເປັນ​ສຳ​ຄັນ ແລະ ຖື​ວ່າ ການ​ຢ້ຽມ​ຢາມ​ແມ່ນ​ສັນ​ຍາ​ລັກ​ຂອງ​ການ​ພົວ​ພັນ​ມິດ​ຕະ​ພາບ​ລະ​ຫວ່າງ​ສອງ​ປະ​ເທດ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe ຫວັງ​ວ່າ ຈະ​ມີ​ນັກ​ທ່ອງ​ທ່ຽວ​ຫວຽດ​ນາມ ໄປ​ຢ້ຽມ​ຢາມ​ຍີ່​ປຸ່ນ​ຫລາຍກວ່າ. ຜ່ານນັ້ນ ຊຸກ​ຍູ້​ການ​ພົວ​ພັນ​ແລກ​ປ່ຽນ​ດ້ານ​ວັດ​ທະ​ນະ​ທຳ, ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ໃຈ​ລະ​ຫວ່າງ​ປະ​ຊາ​ຊົນ​ສອງ​ປະ​ເທດ.

ຕອນ​ບ່າຍ​ວັນ​ດຽວ​ກັນ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽ​ນ​ທິ​ກີມ​ເງິນ ໄດ້​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ Shinzo Abe.

ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ສະ​ເຫ​ນີ ຍີ່​ປຸ່ນ ສືບ​ຕໍ່​ຮັກ​ສາ​ການ​ຊ່ວຍ​ເຫລືອ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ ຫ​ນູນ​ຊ່ວຍ​ຫວຽດ​ນາມ ພັດ​ທະ​ນາ​ເສດ​ຖະ​ກິດ ສັງ​ຄົມ, ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ຂອບ​ຂະ​ຫ​ນາດ​ໃຫ​ຍ່, ຈຸດ​ສຸມ​ແຫ່ງ​ຊາດ, ໂຄງ​ການ​ພະ​ລັງ​ງານ ແລະ ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ກ່ຽວ​ກັບ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ສະ​ພາ​ແຫ່ງ​ຊາດ, ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ທິ​ກີມ​ເງິນ ຖື​ວ່າ: ການ​ພົວ​ພັນ​ແລກ​ປ່ຽນ​ຮ່ວມ​ມື​ລະ​ຫວ່າງ​ອົງ​ການ​ສ້າງ​ກົດ​ໝາຍ​ສອງ​ປະ​ເທດ​ໄດ້​ຮັບ​ການ​ຊຸກ​ຍູ້​ຢ່າງບໍ່​ຢ​ຸດ​ຢັ້ງ. ສ່ວນ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຍີ່​ປຸ່ນ ​Shinzo Abe ເນັ້ນ​ຫ​ນັກ​ວ່າ ຍີ່​ປຸ່ນ ຈະ​ປະ​ກອບ​ສ່ວນ​ຫລາຍກວ່າ​ອີກ​ເຂົ້າ​ໃນ​ການ​ພັດ​ທະ​ນາ​ເສດ​ຖະ​ກິດ, ສັງ​ຄົມຂອງ​ຫວຽດ​ນາມ. ພິ​ເສດ ແມ່ນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ, ໃນ​ນັ້ນ ມ​ີ​ໂຄງ​ການ​ກຳ​ຈັດ​ນ້ຳ​ເຄັມ​ຊືມ​ເຂົ້າ​ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອງ.

ຕອບກັບ

ຂ່າວ/ບົດ​ອື່ນ