ທ່ານປະທານປະເທດເຈີນດ້າຍກວາງພົບປະກັບຄະນະພົວພັນຕິດຕໍ່ອະດີດທະຫານອາສາສະໝັກແລະຜູ້ຊ່ຽວຊານຫວຽດນາມຢູ່ລາວ

ທ່ານປະທານປະເທດເຈີນດ້າຍກວາງພົບປະກັບຄະນະພົວພັນຕິດຕໍ່ອະດີດທະຫານອາສາສະໝັກແລະຜູ້ຊ່ຽວຊານຫວຽດນາມຢູ່ລາວ - ảnh 1
ທ່ານປະທານປະເທດເຈີນດ້າຍກວາງທີ່​ການພົບປະ

(vovworld)-  ​ຕອນ​ບ່າຍ​ວັນ​ທີ 28/4, ທີ່​ການ​ພົບ​ປະ​ກັບ​ຄະ​ນະ​ພົວ​ພັນ​ຕິດ​ຕໍ່​ທະ​ຫານ​ອາ​ສາ​ສະ​ໝັກ ແລະ ຜູ້​ຊ່ຽວ​ຊານ​ກາ​ນທະ​ຫານ​ຫວຽດ​ນາມ ຢູ່ ລາວ, ທ່ານ​ປະ​ທານ​ປະ​ເທດ​ເຈີນ​ດ້າຍກວາງ ໄດ້​ຢືນ​ຢັນ​ວ່າ: ພັກ, ລັດ ຫວຽດ​ນາມ ແລະ ລາວ ຍາມ​ໃດ​ກໍ​ສະ​ແດງ​ຄວາມ​ຮູ້​ບຸນ​ຄຸນ, ຈົດ​ຈຳ ແລະ ຕີ​ລາ​ຄາ​ສູງ​ຄຸນ​ງາມ​ຄວາມ​ດີ​ອັນ​ໃຫຍ່​ຫລວງ​ຂອງ​ບັນ​ດາ​ນັກ​ຮົບ​ເກົ່າ, ອະ​ດີດ​ຜູ້​ຊ່ຽວ​ຊານ​ຢູ່​ລາວ. ສາຍ​ພົວ​ພັນ​ມິດ​ຕະ​ພາບ​ແບບ​ພິ​ເສດ ຫວຽດ​ນາມ - ລາວ ໄດ້​ຮັບ​ການກໍ່​ຕັ້ງ, ຮັດ​ແຫນ້ນ​ດ້ວຍ​ການ​ເສຍ​ສະ​ຫລະ​ເລືອດ​ເນື້ອ​ຂອງ​ທະ​ຫານ ແລະ ປະ​ຊາ​ຊົນ​ສອງ​ປະ​ເທດ, ມີ​ລັກ​ສະ​ນະ​ຄວາມ​ເປັນ​ຕາຍ​ສຳ​ລັບ 2 ຊາດ​ຫວຽດ​ນາມ - ລາວ ແລະ ແມ່ນ​ຊັບ​ສົມ​ບັດ​ອັນ​ລ້ຳ​ຄ່າ​ເພື່ອ​ໃຫ້​ສອງ​ປະ​ເທດ​ຮັກ​ສາ, ເສີມ​ຂະ​ຫຍາຍ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ. ທ່ານ​ປະ​ທານ​ປະ​ເທດ ຕີ​ລາ​ຄາ​ສູງ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ຫນ້າ​ຂອງ​ບັນ​ດາ​ນັກ​ຮົບ​ເກົ່າ, ອະ​ດີດ​ຜູ້​ຊ່ຽວ​ຊານ​ຢູ່​ລາວໃຫ້​ແກ່​ພັກ, ລັດ ແລະ ປາດ​ຖະ​ຫນາ​ວ່າ ຈະ​ສືບ​ຕໍ່​ປະ​ກອບ​ຄຳ​ເຫັນ,ບົດ​ຮຽນ ເພື່ອ​ເພີ່ມ​ພູນ​ຄູ​ນ​ສ້າງ​ໃຫ້​ສາຍ​ພົວ​ພັນ ຫວຽດ​ນາມ - ລາວ, ພ້ອມ​ທັງ​ເຊີດ​ຊູ​ແບບ​ຢ່າງ​ປະ​ກອບ​ສ່ວນ​ສຶກ​ສາ​ມູນ​ເຊື້ອ​ໃຫ້​ແກ່​ລຸ້ນ​ຫນຸ່ມ​ສອງ​ປະ​ເທດ.

ຕອບກັບ

ຂ່າວ/ບົດ​ອື່ນ