ທ່ານປະທານປະເທດເຈືອງເຕິ໋ນຊາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງພົບປະກັບຜູ້ມີສິດເລືອກຕັ້ງ

ທ່ານປະທານປະເທດເຈືອງເຕິ໋ນຊາງ ແລະ ທ່ານນາຍົກລັດຖະມົນຕີ ຫງວຽນເຕິ໋ນຢຸງພົບປະກັບຜູ້ມີສິດເລືອກຕັ້ງ - ảnh 1
ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ
ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ນະຄອນ​ໂຮ່ຈີ​ມິນ
(ພາບ: TTXVN)

(vovworld) - ຕອນ​ເຊົ້າວັນ​ທີ 6/12, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ຫົວໜ່ວຍ​ເລືອກ​ຕັ້ງ​ເລກ 1, ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດນະຄອນ​ໂຮ່ຈີ​ມິນ, ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ 4. ນະ​ທີ່​ນີ້, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ຖື​ວ່າ​ປີຜ່ານມາ​ຫວຽດນາມ​ໄດ້​ຮັບປະກັນ​ຊີວິດ​ສັງຄົມ, ຮັບປະກັນ​ປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ, ຮັກສາ​ສິ່ງ​ແວດ​ລ້ອມ​ສັນຕິພາບ, ສະຖຽນ​ລະ​ພາບ​ເພື່ອ​ພັດທະນາ, ບົກ​ບາດທີ່​ຕັ້ງ​ຂອງປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍົກ​ສູງ​ຂຶ້ນ… ສຳລັບ​ການ​ປະຕິ​ຮູບ​ດ້ານ​ຕຸລາການ, ຈຳກັດ​ການ​ຕັດສິນ​ລົງ​ໂທດ​ຢ່າງ​ຜິດ​ພາດ, ທ່ານ​ປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ​ໃຫ້​ຮູ້​ວ່າ ຫວ່າງ​ແລ້ວ​ນີ້​ໄດ້​ປັບປຸງ, ​ເພີ່ມ​ເຕີມ​ຫຼາຍ​ຂໍ້​ກຳນົດ​ໃນ​ການ​ດຳ​ເນີນ​ຄະດີ ​ເພື່ອ​ແນ​ໃສ່​ປະກອບສ່ວນ​ເຮັດ​ໃຫ້ການ​ພິພາກ​ສາ​​​ເປີດ​ເຜີຍແຈ້ງ​ຊັດ.

ຕອນ​ບ່າຍ​ວັນ​ທີ 5/12, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ພ້ອມ​ກັບ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດນະຄອນ​ຫາຍ​ຝ່ອງ, ພົບ​ປະ​ກັບ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ເມືອງ ​ເລ​ເຈິ​ນ. ນະ​ທີ່​ນີ້, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ​ໄດ້​ຊີ້​ແຈ້ງ​ເຖິງ​ທັດສະນະ, ຄາດໝາຍ​ສັງ​ລວມ ​ແລະ ບັນດາ​ມາດ​ຕະການ​ຕົ້ນຕໍ​ໃນ​ການ​ບໍລິຫານ​ການ​ພັດທະນາ​ເສດຖະກິດ - ສັງຄົມ​ຂອງ​ນະຄອນ​ຫາຍ​ຝ່ອງ ​ໃນ 5 ປີ​ຈະ​ມາ​ເຖິງ, ພ້ອມ​ທັງ​ເນັ້ນ​ໜັກ​ບາງ​ບັນຫາ​ເຊິ່ງຜູ້​ມີ​ສິດ​ເລືອກ​ຕັ້ງ​ຕ້ອງ​ເອົາ​ໃຈ​ໃສ່, ພິ​ເສດ​ແມ່ນ​ບັນຫາ​ຍົກ​ສູງ​ຄຸນ​ນະພາ​ບການ​ກໍ່ສ້າງ​ບຸກຄະລາ​ກອນ​ທີ່​ມີ​ຄຸນ​ນະພາ​ບສູງ

“ລັດຖະບານ​ສົ່ງ​ເສີມ​ບັນດາ​ມະຫາວິທະຍາ​ໄລ​ເປັນ​ເຈົ້າ​ການ​ຮ່ວມ​ມື​ກັບ​ບັນດາ​ໂຮງຮຽນ, ບັນດາ​ຂະ​ແໜງ​ວິຊາ​ຂອງ​ບັນດາ​ໂຮງຮຽນ​ສາກົນ​ທີ່​ມີ​ລະດັບ​ກ້າວໜ້າ ​ເພື່ອ​ຍົກ​ສູງ​ຄູນ​ນະພາ​ບການ​ກໍ່ສ້າງ​ຊັບພະຍາກອນ​ມະນຸດ. ລັດຖະບານ​ກໍ່​ສົ່ງ​ເສີມ​ບັນດາ​ມະຫາວິທະຍາ​ໄລ​ພາຍ​ໃນ​ປະ​ເທດ​ຮ່ວມ​ສຳພັນ​ກັບ​ບັນດາ​ມະຫາວິທະຍາ​ໄລ​ທີ່​ມີ​ຊື່​ສຽງ​ຂອງ​ຕ່າງປະ​ເທດ​ເພື່ອ​ກໍ່​ສ້າງ, ຍົກ​ສູງ​ຄຸນ​ນະພາບການ​ກໍ່ສ້າງ, ​ເພື່ອ​ມີ​ບັນດາ​ນັກ​ສຶກສາ​ຮຽນ​ເກັ່ງ, ປະກອບສ່ວນ​ຮັບ​ໃຊ້​ປະ​ເທດ​ຊາດ“.

ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ກໍ່​ເຕື້ອງ​ເຖິງ​ບັນດາ​ບຸລິມະສິດ​ຂອງ​ລັດຖະບານ​ໃນ​ການ​ລົງທຶນ​ພັດທະນາ​ໂຄງ​ລາງ​ຄົມມະນາຄົມ​ຂອງ​ຫາຍ​ຝ່ອງ ກໍ່​ຄື​ຂອງ​ທັງ​ເຂດ​ເສດຖະກິດ​ຈຸດ​ສຸມ​ທາງ​ພາກ​ເໜືອ. ລັດຖະບານ​ກໍ່​ພວມ​ຄິດ​ໄລ່, ສົມ​ດູ​ນ​ແຫຼ່ງກຳລັງ​ຕາມ​ມາດຖານ​ຄວາມທຸກ​ຍາກ​ໃໝ່ ​ເພື່ອ​ແກ່ຍາວ​ໄລຍະ​ເວລາ ​ໃຫ້​ບັນດາ​ຄອບຄົວ​ທຸກ​ຍາກ​ໄດ້​ກູ້​ຢືມ​ທຶນ​ດ້ວຍອັດຕາ​ດອກ​ເບ້ຍ​ຕຳ່… ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ​ໄດ້​ຢືນຢັນ​ອີກ​ເທື່ອ​ໜຶ່ງ​ເຖິງ​ແຜນ​ນະ​ໂຍບາຍ, ທັດສະນະ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ​ແລະ ບັນດາ​ມາດ​ຕະການ​ເດັດ​ດຽວ​ປົກ​ປັກ​ຮັກສາ​ອະທິປະ​ໄຕ​ແຫ່ງ​ຊາດ​ຢູ່​ທະ​ເລ​ຕາ​ເວັນ​ອອກ ຕິດ​ພັນ​ກັບ​ການ​ຮັກສາ​ສັນຕິພາບ, ສະຖຽນ​ລະ​ພາບ ​ເພື່ອ​ສ້າງສາ, ພັດທະນາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ