ທ່ານປະທານປະເທດເຈືອງເຕີນຊາງພົບປະກັບການນຳຈີນ

ທ່ານປະທານປະເທດເຈືອງເຕີນຊາງພົບປະກັບການນຳຈີນ - ảnh 1

ການ​ພົບ​ປະ​ເຈລະຈາ​ລະຫວ່າ​ງທ່ານ​ປະທານ​ປະ​ເທດ

​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ປະ​ເທດ​ສີ​ຈິ້ນຜິ​ງ

(ພາບ:TTXVN)

(vovworld)- ​ວັນ​ທີ 20/6, ທ່ານ​ປະທານ​ປະ​ເທດ​ເ ຈືອງ​ເຕີນ​ຊາງ ​ໄດ້​ພົບ​ປະ​ແລກປ່ຽນ​ຄຳ​ເຫັນ​ກັບ​ທ່າ​ນາຍົກລັດຖະມົນຕີ ຈີນ ຫລີ​ເຄືອ​ແຈງ. ທີ່​ການ​ພົບ​ປະ, ສອງ​ຝ່າຍ​ໄດ້​ແລກປ່ຽນ​ບັນດາ​ການ​ກຳນົດ​ທິດ​ໃຫຍ່​ກໍ​ຄື​ບັນດາ​ມາດ​ຕະການ​ລະອຽດ​ເພື່ອ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊ່ືອ​ໃຈ​ດ້ານ​ການ​ເມືອງ​ຜ່ານ​ການ​ຊຸກຍູ້​ຮ່ວມ​ມື, ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ສອງ​ຝ່າຍ​ຢູ່​ທຸກ​ຂັ້ນ, ຂະ​ແຫນງ​ການ, ທ້ອງ​ຖິ່ນ ​ແລະ ໝູ່​ມະຫາຊົນ. ສອງ​ຝ່າຍ​ຕົກລົງ​ຊຸກຍູ້​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ນຳ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ສອງ​ປະ​ເທດ​​ໄປສູ່​ໄລຍະ​ໃຫມ່, ມີ​ປະສິດທິ​ຜົນ ​ແລະ ໝັ້ນຄົງ​ກວ່າ. ກ່ຽວ​ກັບ​ບັນຫາ​ຢູ່​ທະ​ເລ, ສອງ​ຝ່າຍ​ເຫັນ​ດີ​ຮັກສາ​ການ​ພົບ​ປະ, ​ໂອ້​ລົມ​ສົນທະນາ, ​ແກ້​ໄຂ​ບັນດາ​ບັນຫາ​ເກີດ​ຂຶ້ນ​ຢ່າງ​ສົມ​ເຫດ​ສົມ​ຜົນ​​ໂດຍ​ສັນຕິ​ວິທີ, ສອດ​ຄອ່ງກັບ​ຄວາມ​ຮັບ​ຮູ້​ລວມຂອງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ, ກົດໝາຍ​ສາກົນ ​ແລະ ຂໍ້​ຕົກລົງ​ກ່ຽວ​ກັບ​ບັນດາ​ຫລັກການ​ພື້ນຖານ​​ໃນ​ການ​ຊີ້​ນຳ​ແກ້​ໄຂ​ບັນຫາ​ທະ​ເລ​ຫວຽດນາມ - ຈີນ.
ໃນ​ໂອກາດ​ນີ້, ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ໄດ້​ມີ​ການ​ພົບ​ປະ​ເຈລະຈາ​ກັບປະທານສະພາ​ຜູ້​ແທນ​ປະຊາຊົນ​​ແຫ່ງ​ຊາດ​ຈີນຈາງ​ເຕືອແຈງ. ສອງ​ຝ່າຍ​ເຫັນ​ດີ​ເປັນ​ເອກະສັນນຳ​ກັນ​ວ່າ​ໃນ​ໄລຍະ​ຈະ​ມາ​ເຖິງ, ສະພາ​ແຫ່ງ​ຊາດສອງ​ປະ​ເທດ ສືບ​ຕໍ່​ຊຸກຍູ້ການ​ຮັກ​ສາ​ການ​ພົບ​ປະ​ຂັ້ນສູງ, ​ແລກປ່ຽນ​ຄະນະ​ຜູ້​ແທນ​ໄປ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ລະຫວ່າງ​ບັນດາ​ກຳ​ມະ​ທິການ​ຂອງ​ສະພາ​ແຫ່ງ​ຊາດ​ຫວຽດນາມ-​ຈີນ; ​ເພີ່ມ​ທະວີ​ການ​ແລກປ່ຽນບົດຮຽນ​ກ່ຽວ​ກັບ​ວຽກ​ງານ​ນິຕິບັນຍັດ, ປະຕິບັດ​ການ​ຕິດຕາ​ມກວດກາ ​ແລະ ຊຸກຍູ້​ລັດຖະບານ​ສອງ​ປະ​ເທດ​ຕັ້ງໜ້າ​ຜັນ​ຂະຫຍາຍ​ບັນດາ​ຂໍ້​ຕົກລົງ​ໄດ້​ລົງ​ນາມ​ລະ​ຫວ່າງ​ສອງ​ປະ​ເທດ.

  ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ​ຈີນ​ຂອງທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ວັນ​ທີ 20/6, ທ່ານ​ຟ້າ​ມບິນ​ມິນ ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ມີ​ການ​ພົ​ບປະ​ກັບ​ທ່ານລັດຖະມົນຕີ​ການ​ຕ່າງປະ​ເທດ ຈີນ ຫວາງ​ອີ. ສອງ​ຝ່າຍ​ໄດ້​ລົງ​ເລິກ​ແລກປ່ຽນ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ປະຕິບັດ​ບັນດາ​ຄວາມ​ຮັບ​ຮູ້​ລວມລະຫວ່າງ​ການ​ນຳ​ຂັ້ນສູງ​ສອງ​ປະ​ເທດ​ໃນ​ການ​ເຮັດ​ໃຫ້ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອງ​ດ້ານ​ລະຫວ່າງ​ສອງ​ປະ​ເທດ​ເລິກ​ເຊິ່ງຂຶ້ນ​ຕື່ມ. ສອງ​ຝ່າຍ​ກໍ​ໄດ້​ປຶກ​ສາ​ຫາລື​ບັນດາ​ມາກ​ຕະການ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ກະຊວງ​ການ​ຕ່າງປະ​ເທດ​ສອງ​ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ ກໍ່​ຄື​ແລກປ່ຽນ​ບັນດາ​ບັນຫາ​ພາກ​ພື້ນ ​ແລະ ສາກົນ​ທີ່​ຕ່າງ​ຝ່າຍ​ຕ່າງ​ມີ​ຄວາມ​ສົນ​ໃຈ.

​   ​ໜັງສືພິມ​ໃຫ່ຍສະບັບ​ຕ່າງໆ​ຂອງ​ຈີນ ສະບັບ​ອອກວັນ​ທີ 20/6, ລ້ວນ​ແຕ່​ລົງ​ພິມ​ຮູບ​ພາບ​ກ່ຽວ​ກັບ​ພິທີ​ຕ້ອນຮັບທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຢູ່​ນະຄອນຫລວງ​ປັກ​ກິ​ງ ຢ່າງ​ເປັນ​ທາງ​ການ ກໍ່​ຄື​ຮູບ​ພາບ ​ແລະ ​ເນື້ອ​ໃນ​ການ​ພົບ​ປະ​ເຈລະຈາ​ລະຫວ່າງທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ​ແລະ ທ່ານ​ປະທານ​ປະ​ເທດ​ສື​ຈິນຜິ​ງ. ໜັງສືພິມ ​ເຢີ​ນໝິນຈືປາວ ສຽງ​ຂອງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ລົງ​ພິມ​ບົດ​ຂຽນຄັດ​ສະ​ເໜີ​ຄຳ​ເວົ້າຂອງທ່ານ​ປະທານ​ປະ​ເທດ​ສື​ຈິນຜິ​ງ ​ໂດຍ​ໃຫ້​ຮູ້​ວ່າ:  ຈີນ ​ແລະ ຫວຽດນາມ ​ແມ່ນ​ສອງ​ປະ​ເທດ​ບ້ານ​ໃກ້​ເຮືອນ​ຄຽງ​ ​ແລະ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ​ຂອງ​ກັນ. ຈີນ ​ຖື​ການ​ພັດທະນາ​ການ​ພົວພັນ​ກັບ​ຫວຽດນາມ ​ເປັນ​ສຳຄັນ ​ແລະ ຈະ​ເດັດດ່ຽວ​ປະຕິບັດ​ທິດ​ນຳ​ມິດຕະພາບ​ກັບ​ຫວຽ​ດນາມ. ​ເວັບ​ໄຊ​ຂອງ​ຂ່າວສານ​ຊິນ​ຮວາ ​ໃຫ້​ຮູ້​ວ່າ: ​ໃນ​ບັນຍາກາດ​ມິດຕະພາບ, ກົງ​ໄປ​ກົງ​ມາ, ປະມຸກ​ລັດ​ສອງ​ປະ​ເທດ​ຫວຽດນາມ-​ຈີນ ​ໄດ້​ແລກປ່ຽນ​ຄຳ​ເຫັນ ​ແລະ ບັນລຸ​ໄດ້​ຄວາມ​ຮັບ​ຮູ້​ລວມອັນ​ກ້ວາງ​ຂວາງ​ກ່ຽວ​ກັບ​ການເຮັດ​ໃຫ້ການ​ພົວພັນ​ຮ່ວມ​ມື, ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ​ຫວຽດນາມ-​ຈີນ​ ​ໃຫ້ເລິກ​ເຊິ່ງຂຶ້ນ​ຕື່ມ​ໃນ​ໄລຍະ​ຈະ​ມາ​ເຖິງ​ຄື: ຮັກສາ​ການ​ພົບ​ປະ​ແລກປ່ຽນ​ຂັ້ນສູງ, ​ເພີ່ມ​ທະວີ​ການ​ຊີ້​ນຳ​ຕໍ່​ບັນດາ​ບັນຫາ​ໃຫ່ຍ​ໃນ​ການ​ພົວພັນ​ສອງ​ປະ​ເທດ, ຊຸກຍູ້​ການ​ພົບ​ປະ​ແລກປ່ຽນ​ລະຫວ່າງ​ສອງ​ພັກ. ​ໃນ​ຂົງ​ເຂດ​ເສດຖະກິດ, ສອງ​ຝ່າຍ​ຕັ້ງໜ້າ​ຜັນ​ຂະຫຍາຍ​ການວາງ​ແຜນ​ພັດທະນາ​ການ​ຮ່ວມ​ມື​ດ້ານ​ການ​ຄ້າ​ໄລຍະ 5 ປີ (2012-2016), ຊຸກຍູ້​ການ​ພົວພັນ​ດ້ານ​ການ​ຄ້າ​ສອງ​ຝ່າຍ, ມານະ​ພະຍາຍາມ​ຮອດ​ປີ 2015 ຈະບັນລຸຈຸດໝາຍ​ນຳ​​ວົງ​ເງິນ​ການ​ຄ້າ​ສອງ​ຝ່າຍ​​ແມ່ນ 60 ຕື້​ໂດ​ລາ​ສະຫະລັດ. ການ​ຢ້ຽມຢາມ​ຈີນ​ ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ກໍ່​ໄດ້ດຶງ​ດູດ​ຄວາມ​ສົນ​ໃຈ​ຈາກ​ວົງ​ການ​ນັກຮຽນ​ຮູ້​ຈີນ. ທ່ານ​ນາງ ພານ​ຈີນ​​ເອືອ ຜູ້​ຊ່ຽວຊານຄົ້ນຄ້ວາ​ກ່ຽວ​ກັບ​ຫວຽດນາມ ສັງກັດ​ສະຖານ​ບັນ​ວິທະຍາສາດ​ສັງຄົມ​ຈີນ ​ໃຫ້​ຮູ້​ວ່າ: ທ່ານ​ນາງ​ຫວັງ​ວ່າ ການ​ຢ້ຽມຢາມ​ຈີນ ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ ຄັ້ງນີ້ ຈະ​ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ ນັບມື້ນັບ​ໄດ້​ຮັບ​ການ​ພັດທະນາ​ເປັນ​ຢ່າ​ງດີ​ກ່ວາ​ອີກ.



ຂ່າວ/ບົດ​ອື່ນ