ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ້ອນ​ຮັບ​ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ໃຫຍ່ສູນ​ກາງ​​ຜູ້​ອອກ​ແຮງ​ງານ ກູ​ບາ

(VOVWORLD) - ຕອນບ່າຍວັນທີ 27 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບຄະນະຜູ້ແທນຂັ້ນສູງສູນກາງຜູ້ອອກແຮງງານ ກູບາ ມາຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ໂດຍທ່ານ Ulises Guilarte de Nacimiento, ເລຂາທິການໃຫຍ່ສູນກາງຜູ້ອອກແຮງງານ ກູບາ, ຮອງປະທານສະຫະພັນກຳມະບານໂລກເປັນຫົວໜ້າຄະນະ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຕ້ອນ​ຮັບ​ກຳ​ມະ​ການ​ກົມ​ການ​ເມືອງ, ເລ​ຂາ​ທິ​ການ​ໃຫຍ່ສູນ​ກາງ​​ຜູ້​ອອກ​ແຮງ​ງານ ກູ​ບາ - ảnh 1ທ່ານ Ulises Guilarte de Nacimiento, ເລຂາທິການໃຫຍ່ສູນກາງຜູ້ອອກແຮງງານ ກູບາ ແລະ  ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ (ພາບ: nhandan.vn)

ທ່ານປະທານສະພາແຫ່ງຊາດ ຕີລາຄາສູງການເຈລະຈາຂອງທ່ານ Ulises Guilarte de Nacimiento ກັບທ່ານປະທານສະຫະພັນໃຫຍ່ແຮງງານ ຫວຽດນາມ ຫງວຽນດິ່ງຄາງ, ພ້ອມທັງມີລາຍການເຄື່ອນໄຫວທີ່ມີຫຼາຍຮູບຫຼາຍແບບຢູ່ທ້ອງຖິ່ນຕ່າງໆ ເພື່ອຄົ້ນຄວ້າ, ແບ່ງປັນບົດຮຽນປະສົບການໃນການເຄື່ອນໄຫວກ່ຽວຂ້ອງເຖິງວຽກງານກຳມະບານ, ກຳມະກອນ.

        ສ່ວນທ່ານ Ulises Guilarte de Nacimiento ຊົມເຊີຍບັນດາຜົນງານ ເຊິ່ງ ຫວຽດນາມ ບັນລຸໄດ້ໃນໄລຍະຜ່ານມາ, ພ້ອມທັງແບ່ງປັນຄວາມເຊື່ອໝັ້ນວ່າ ພາຍໃຕ້ການຊີ້ນຳນຳພາຂອງພັກຄອມມູນິດ ຫວຽດນາມ, ປະຊາຊົນ ຫວຽດນາມ ອ້າຍນ້ອງ ຈະປະຕິບັດບັນດາເປົ້າໝາຍ ເຊິ່ງກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກຄອມມູນິດ ຫວຽດນາມ ໄດ້ວາງອອກຮອດປີ 2030 ຢ່າງມີໄຊ. ທ່ານ ກໍສະແດງຄວາມປາດຖະໜາວ່າ, ຈາກປະສົບການພັດທະນາປະເທດຊາດຂອງຕົນ, ຫວຽດນາມ ຈະສືບຕໍ່ແບ່ງປັນບົດຮຽນປະສົບການກັບ ກູບາ.

ຕອບກັບ

ຂ່າວ/ບົດ​ອື່ນ