ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບປະທານສະພາແຫ່ງຊາດ Maldives

ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ ຕ້ອນຮັບປະທານສະພາແຫ່ງຊາດ Maldives - ảnh 1
ທ່ານປະທານສະພາແຫ່ງຊາດ ຫງວຽນຊິງຮຸ່ງ
ຕ້ອນຮັບປະທານສະພາແຫ່ງຊາດ Maldives
(ພາບ: radiovietnam.vn)


(vovworld) – ​ ​ ທີ່ກ່າວ​ຄຳ​ເຫັນ​ໃນ​ຕອນ​ເຊົ້າ​ວັນ​ທີ 1/4, ຢູ່ສຳ​ນັກງານ​ສະພາ​ແຫ່ງ​ຊາດ, ​ເມື່ອ​ຕ້ອນຮັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Maldives Abdulla Maseek Mohamed, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫງວຽນ​ຊິງ​ຮຸ່ງ ​ເນັ້ນ​ນັ​ກວ່າ: ນະ​ໂຍຍາຍສະ​ເໜີ​ຕົ້ນ​ສະ​ເໜີ​ປາຍ​ຂອງ​ຫວຽດນາມ ​ແມ່ນ​ຖື​ເປັນ​ສຳຄັນ​ການ​ພົວພັນ​ມິດຕະພາບ​ຢ່າງມູນ​ເຊື້ອກັບ​ບັນດາ​ປະ​ເທດ​ອາຊີ​ໃຕ້​ທີ່​ເວົ້າ​ລວມ ​ແລະ Maldives ​ເວົ້າ​ສະ​ເພາະ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ, ປະທານ IPU-132, ​ໄດ້ຊົມ​ເຊີຍ​ທ່ານປະທານ Abdulla Maseek Mohamed ​ແລະ ຄະນະ​ກຳມາ​ທິການ​ສະພາ​ແຫ່ງ​ຊາດ Maldives ມາຮອດ​ຫວຽດນາມ, ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ສະຫະພັນ​ລັດຖະສະພາ​ສາກົນ ຄັ້ງ​ທີ 132 (IPU-132). ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ​ຖື​ວ່າ: ການ​ໄປ​ຢ້ຽມຢາມ​ຫວຽດນາມ ຂອງ​ທ່ານ Abdulla Maseek Mohamed ປະກອບສ່ວນ​ຢ່າງ​ຕັ້ງໜ້າ​ເຂົ້າ​​ການເພີ​່ມທະວີ​ການຮັບ​ຮູ້​ເຊິ່ງກັນ ​ແລະ ກັນລະຫວ່າງ 2 ສະພາ​ແຫ່ງ​ຊາດ ​ແລະ ປະຊາຊົນ 2 ປະ​ເທດ​ໃນ​ໄລຍະ​ຈະ​ມາ​ເຖິງ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫງວຽນ​ຊິງ​ຮຸ່ງ ຊົມ​ເຊີຍ​ຄວາມ​ລິ​ເລີ່​ມຂອງ​ຄະນະ Maldives ​ໃນ​ການ​ສ້າງ​ຕັ້ງ​ກຸ່ມ​ລັດຖະສະພາ​ບັນດາ​ປະ​ເທດ​ອາຊີ​ໃຕ້; ພ້ອມ​ທັງ​ປາດ​ຖະໜາ​ຢາກພາຍຫຼັງການຢ້ຽມຢາມ​ຄັ້ງ​ນີ້​ຂອງທ່ານ​ປະທານ, ຫວຽດນາມ ​ແລະ Maldives ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ເສດຖະກິດ​ເດີມ​ທະ​ເລກ​ວ່າ​ອີກ, ພັດທະນາ​ທ່ອງ​ທ່ຽວ. ຕາມ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ສະພາ​ແຫ່ງ​ຊາດ​ 2 ປະ​ເທດ​ຕ້ອງ​ສົມທົບ​ກັນ​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນ​ຢ່າງ​ແໜ້ນ​ແຟ້ນກວ່າ​ອີກ.

ຂ່າວ/ບົດ​ອື່ນ