ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ

(VOVWORLD) -ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກອັງກິດຢ່າງເປັນທາງການ, ຕອນເຊົ້າວັນທີ 29 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ, ຢູ່ອາຄານ New Zealand, ຖະໜົນ Hay Market, ນະຄອນຫຼວງ ລອນດອນ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຖະ​ຫວາຍ​ດອກ​ໄມ້​ໄວ້​ອາ​ໄລ​ປະ​ທານ​ໂຮ່​ຈີມິນ​ຢູ່​ນະ​ຄອນຫຼວງ ລອນດອນ, ລາ​ຊະ​ອາ​ນາ​ຈັກ​ອ​ັງ​ກິດ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ໄດ້ໄປຖະຫວາຍດອກໄມ້ຢູ່ປ້າຍອາໄລຫາ ປະທານໂຮ່ຈີມິນ

ກ່ອນນີ້ 100 ປີ, ທ່ານປະທານ ໂຮ່ຈີມິນໄດ້ມາດຳລົງຊີວິດ ແລະ ເຮັດວຽກຢູ່ໂຮງແຮມ Carlton. ເພື່ອສະແດງຄວາມເຄົາລົບຮັກຕໍ່ເພິ່ນ, ສະມາຄົມມິດຕະພາບ ອັງກິດ - ຫວຽດນາມ ແລະ ເພື່ອນມິດອັງກິດທີ່ຮັກແພງ ຫວຽດນາມ ໄດ້ຕັ້ງ ປ້າຍອາໄລຫາສີຟ້າແຫ່ງສັນຕິພາບ ດ້ວຍແຖວໜັງສື “ໂຮ່ຈີມິນ (1890 - 1969) - ຜູ້ໃຫ້ກຳເນີດປະເທດ ຫວຽດນາມ - ໄດ້ເຮັດວຽກຢູ່ໂຮງແຮມ Carlto, ອາຄານເກົ່າແກ່ຢູ່ຜືນດິນນີ້, ປີ 1913”. ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫ້ວ ແລະ ບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄດ້ຖະຫວາຍດອກໄມ້ ແລະ ໄວ້ອາໄລ, ກົ້ມຫົວໄວ້ອາໄລຫາປະທານໂຮ່ຈີມິນແສນເຄົາລົບຮັກຂອງປະຊາຊົນ ຫວຽດນາມ, ວິລະຊົນປົດປ່ອຍຊາດ, ນັກວັດທະນະທຳໂລກເປັນເວລາ 1 ນາທີ.

ຕອບກັບ

ຂ່າວ/ບົດ​ອື່ນ