ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອ​ງ​ດິ່ງ​ເຫວະ ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Yoon Suk Yeol

(VOVWORLD) - ຕອນບ່າຍວັນທີ 23 ມິຖຸນາ, ຢູ່ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ມີການພົບປະກັບທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol ພວມມີການຢ້ຽມຢາມທາງລັດຖະກິດ ຫວຽດນາມ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ເວືອ​ງ​ດິ່ງ​ເຫວະ ​ພົບ​ປະ​ກັບ​ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ສ.ເກົາຫຼີ Yoon Suk Yeol - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານປະທານາທິບໍດີ ສ.ເກົາຫຼີ Yoon Suk Yeol 

ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ສະເໜີໃຫ້ສອງປະເທດ ເພີ່ມທະວີກ່ວາອີກສ້າງຄວາມສະດວກດ້ານການຄ້າ, ສືບຕໍ່ຊຸກຍູ້ຂອບຂະໜາດການຄ້າສອງປະເທດຕາມທິດດຸ່ນດຽງ, ຍືນຍົງ. ວິສາຫະກິດ ສ.ເກົາຫຼີ ເພີ່ມທະວີການເຊື່ອມຕໍ່, ໜູນຊ່ວຍວິສາຫະກິດ ຫວຽດນາມ ເຂົ້າຮ່ວມລະບົບສະໜອງຂອງວິສາຫະກິດ ສ.ເກົາຫຼີຢ່າງເລິກເຊິ່ງກ່ວາອີກ. ສອງຝ່າຍຮ່ວມມືເພື່ອສ້າງລະບົບສະໜອງຍຸດທະສາດເຊິ່ງສອງປະເທດມີຄວາມສາມາດບົ່ມຊ້ອນ, ທ່າແຮງ ແລະ ມີຄວາມຕ້ອງການ.

ສ່ວນທ່ານປະທານາທິບໍດີ Yoon Suk Yeol ໄດ້ເຫັນດີໂດຍພື້ນຖານຕໍ່ຂໍ້ສະເໜີຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່ຽວກັບການຊຸກຍູ້ການຮ່ວມມືໃນຫຼາຍຂົງເຂດລະຫວ່າງສອງປະເທດ, ທ່ານສະເໜີໃຫ້ສອງຝ່າຍສືບຕໍ່ສະໜັບສະໜູນເຊິ່ງກັນແລະກັນບົນບັນດາເວທີປາໄສຫຼາຍຝ່າຍ. ທ່ານປະທານາທິບໍດີ ສ.ເກົາລີ ໃຫ້ຮູ້ວ່າ ທ່ານມີຄວາມເອົາໃຈໃສ່ຕໍ່ການພັດທະນາວິທະຍາສາດເຕັກໂນໂລຢີໃຫ້ແກ່ລຸ້ນຄົນໃນອະນາຄົດສອງປະເທດ, ໃນນັ້ນມີນັກສຶກສາຫວຽດນາມ ຢູ່ສ.ເກົາຫຼີ.

ຕອບກັບ

ຂ່າວ/ບົດ​ອື່ນ