ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອ​ງ​ດິ່ງ​ເຫວະ ພົບ​ປະ​ກັບ​ຊາວ​ໜຸ່ມ ຫວຽດ​ນາມ ດີ​ເດັ່ນ

(VOVWORLD) - ບັນດາສະມາຊິກ ແລະ ຊາວໜຸ່ມ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເສີມຂະຫຍາຍກຳລັງໜຸ່ມ, ຄວາມປະດິດຄິດສ້າງ, ຄວາມຄາດຫວັງ ແລະ ຈິດໃຈອຸທິດສ່ວນຢ່າງບໍ່ຢຸດຢັ້ງເພື່ອຮ່ວມແຮງຮ່ວມໃຈພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອ​ງ​ດິ່ງ​ເຫວະ ພົບ​ປະ​ກັບ​ຊາວ​ໜຸ່ມ ຫວຽດ​ນາມ ດີ​ເດັ່ນ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະກັບຊາວໜຸ່ມ ຫວຽດນາມ ດີເດັ່ນ (ພາບ: VOV)

ເນື່ອງໃນໂອກາດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກຄັ້ງທີ 9 ໂດຍສະພາແຫ່ງຊາດ ຫວຽດນາມ ຈັດຂຶ້ນຢູ່ສູນກອງປະຊຸມແຫ່ງຊາດ, ຮ່າໂນ້ຍ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບຊາວໜຸ່ມດີເດັ່ນ ຫວຽດນາມ 20 ຄົນທີ່ເຂົ້າຮ່ວມກອງປະຊຸມ.

ທ່ານປະທານສະພາແຫ່ງຊາດ ປາດຖະໜາ ຢາກບັນດາສະມາຊິກ ແລະ ຊາວໜຸ່ມ ຫວຽດນາມ ຍາມໃດກໍ່ມານະພະຍາຍາມເສີມຂະຫຍາຍກຳລັງໜຸ່ມ, ຄວາມປະດິດຄິດສ້າງ, ຄວາມຄາດຫວັງ ແລະ ຈິດໃຈອຸທິດສ່ວນຢ່າງບໍ່ຢຸດຢັ້ງເພື່ອຮ່ວມແຮງຮ່ວມໃຈພັດທະນາປະເທດຊາດໃຫ້ວັດທະນາຖາວອນ, ໝັ້ນຄົງເຂັ້ມແຂງ. ບັນດາຜົນສຳເລັດ ໂດຍຊາວໜຸ່ມບັນລຸໄດ້ໃນປັດຈຸບັນພຽງແຕ່ແມ່ນຈຸດເລີ່ມຕົ້ນ. ດ້ວຍຄວາມສາມາດບົ່ມຊ້ອນ, ພູມປັນຍາ ແລະ ຄວາມຄາດຫວັງບືນຕົວຂຶນ, ຄົນລຸ້ນໜຸ່ມ ຫວຽດນາມ ສາມາດພິສູດໄດ້ບັນດາຜົນສຳເລັດທີ່ຍິ່ງໃຫຍ່ກ່ວາອີກໃນອະນາຄົດ.

ສ່ວນບັນດາສະມາຊິກຊາວໜຸ່ມດີເດັ່ນ ໃຫ້ຮູ້ວ່າ ຜ່ານການເຂົ້າຮ່ວມຈັດຕັ້ງບັນດາການເຄື່ອນໄຫວໃນຂອບເຂດກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ແລະ ພົບປະກັບສະມາຊິກລັດຖະສະພາໜຸ່ມທົ່ວໂລກ, ບັນດາສະມາຊິກຍິ່ງຮູ້ສຶກເອກອ້າງທະນົງໃຈກ່ຽວກັບປະເທດຫວຽດນາມ ແລະ ຍິ່ງມີສະຕິດຢ່າງເລິກເຊິ່ງກ່ຽວກັບຄວາມຮັບຜິດຊອບຂອງຄົນລຸ້ນໜຸ່ມ ຕໍ່ການພັດທະນາຂອງປະເທດຊາດ. ບັນດາສະມາຊິກ ໄດ້ຢັ້ງຢືນຈະຢຶດໝັ້ນ, ມານະພະຍາຍາມບືນຕົວຂຶ້ນເພື່ອບັນລຸໄດ້ບັນດາຜົນສຳເລັດທີ່ມີຄວາມໝາຍກ່ວາເກົ່າ, ປະກອບສ່ວນຢ່າງແທດຈິງເພື່ອເຮັດໃຫ້ປະເທດຫວຽດນາມ ທຽບເທົ່າກັບເພື່ອນມິດສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ