ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ

(VOVWORLD) - ຕອນບ່າຍວັນທີ 4 ມິຖຸນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ມີການພົບປະແລກປ່ຽນຄຳເຫັນກັບທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese, ເນື່ອງໃນໂອກາດທ່ານນາຍົກລັດຖະມົນຕີ ມາຢ້ຽມຢາມ ຫວຽດນາມ ຕາມຄຳເຊື້ອເຊີນຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະກັບ​ທ່ານນາ​ຍົກ​ລັດ​ຖະ​ມົນ​ຕີ ອົດ​ສະ​ຕາ​ລີ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese (ພາບ: VGP)

ນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ແລະ ທ່ານນາຍົກລັດຖະມົນຕີ ອົດສະຕາລີ Anthony Albanese ໄດ້ແລກປ່ຽນກ່ຽວກັບຫຼາຍບັນຫາແນໃສ່ເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດເວົ້າລວມ ກໍຄື ລະຫວ່າງສອງອົງການນິຕິບັນຍັດຂອງສອງປະເທດເວົ້າສະເພາະ ໃຫ້ພັດທະນາສົມກັບສາຍພົວພັນຄູ່ຮ່ວມມືຍຸດທະສາດລະຫວ່າງສອງປະເທດໃນປັດຈຸບັນ.

ຜ່ານທ່ານນາຍົກລັດຖະມົນຕີ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິ່ງເຫວະ ກໍໄດ້ຝາກຄຳເຊີນໄປຍັງສະພາສູງ ແລະ ສະພາຕຳ ອົດສະຕາລີ ຈັດສົ່ງຄະນະສະມາຊິກລັດຖະສະພາມາ ຫວຽດນາມ ເຂົ້າຮ່ວມກອງປະຊຸມສະມາຊິກລັດຖະສະພາໜຸ່ມທົ່ວໂລກ ຄັ້ງທີ 9 ໂດຍ ຫວຽດນາມ ເປັນປະເທດເຈົ້າພາບຈັດຂຶ້ນໃນເດືອນກັນຍາຈະມາເຖິງ.

         ສ່ວນທ່ານນາຍົກລັດຖະມົນຕີ ອົດສະຕາລີ ຖືວ່າ ການແລກປ່ຽນ, ເພີ່ມທະວີ, ທຳຄວາມເຂົ້າໃຈລະຫວ່າງສະມາຊິກລັດຖະສະພານັ້ນ, ສະພາແຫ່ງຊາດສວມບົດບາດສຳຄັນ. ໃນໄລຍະດຳລົງຕຳແໜ່ງຂອງຕົນ, ທ່ານນາຍົກລັດຖະມົນຕີ ຈະປະກອບສ່ວນເຂົ້າໃນການເພີ່ມທະວີການພົວພັນຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດໃຫ້ຫຼາຍກວ່າອີກ.

  

ຕອບກັບ

ຂ່າວ/ບົດ​ອື່ນ