ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ

(VOVWORLD) - ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.
ທ່ານ​ປະ​ທານ​ສະ​ພ​າ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ພະ​ນັກ​ງານ, ລັດ​ຖະ​ກອນ​ສະ​ຖານ​ທູດ ຫວຽດ​ນາມ ປະ​ຈຳ ໄທ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ (ພາບ: VOV)

ວັນທີ 8 ທັນວາ, ເນື່ອງໃນໂອກາດໄປຢ້ຽມຢາມ ລາຊະອານາຈັກ ໄທ ຢ່າງເປັນທາງການ ໃນລະຫວ່າງວັນທີ 7 – 10 ທັນວາ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ພົບປະກັບ ພະນັກງານ, ລັດຖະກອນສະຖານທູດ ຫວຽດນາມ ປະຈຳ ໄທ. ກ່າວຄຳເຫັນນະທີ່ນີ້, ທ່ານປະທານສະພາແຫ່ງຊາດ ເນັ້ນໜັກວ່າ ການພົວພັນສອງປະເທດມີແງ່ຫວັງພັດທະນາອັນດີງາມກ່ວາເກົ່າ. ສອງປະເທດພວມມານະພະຍາຍາມມຸ່ງໄປເຖິງການນຳວົງເງິນການຄ້າບັນລຸລະດັບ 25 ຕື້ USD ຕາມທິດຸ່ນດ່ຽງກ່ວາ. ນີ້ແມ່ນໜ້າທີ່ຂອງສະຖານທູດ, ພິເສດແມ່ນຂອງພະນັກງານການຄ້າ.

ທ່ານປະທານສະພາແຫ່ງຊາດ ປາດຖະໜາກຢາກບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ, ໃນນັ້ນມີສະຖານທູດ ຫວຽດນາມ ປະຈຳ ໄທ, ຄວນສືບຕໍ່ມານະພະຍາຍາມກະກຽມໃຫ້ແກ່ການຍົກລະດັບການພົວພັນສອງປະເທດໃນໄລຍະຈະມາເຖິງ. ພະນັກງານ, ລັດຖະກອນ ສະຖານທູດ ຫວຽດນາມ ສືບຕໍ່ເສີມຂະຫຍາຍທ່າແຮງ, ຄວາມສະດວກເພື່ອປະກອບສ່ວນຊຸກຍູ້ການພົວພັນຮ່ວມມື ຫວຽດນາມ ແລະ ໄທຂຶ້ນສູ່ລະດັບສູງໃໝ່.

ຕອບກັບ

ຂ່າວ/ບົດ​ອື່ນ