ທ່ານປະທານາທິບໍດີ D.Trump ສະໜັບສະໜູນເລື່ອງຢຸດຕິບັນດາການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ

(VOVWORLD) - ວັນທີ 29 ສິງຫາ, ໃນຖະແຫຼງການທີ່ໄດ້ຄັດສະເໜີຜ່ານສື່ສັງຄົມອອນລາຍ Twitter, ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເນັ້ນໜັກວ່າ
ທ່ານປະທານາທິບໍດີ D.Trump ສະໜັບສະໜູນເລື່ອງຢຸດຕິບັນດາການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ ແລະ ສ.ເກົາຫຼີ - ảnh 1 ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: Getty )

ການພົວພັນ “ອັນດີງາມ” ກັບການນຳ ສປປ.ເກົາຫຼີ Kim Jong – un ພາຍຫລັງການພົບປະສຸດຍອດຄັ້ງປະຫວັດສາດຢູ່ ສິງກະໂປ ເມື່ອວັນທີ 12 ມິຖຸນາ ຜ່ານມາ ແລະ ຖືວ່າ “ບໍ່ມີເຫດຜົນຫຍັງໃນຈຸດເວລານີ້ ທີ່ຈະນຳໃຊ້ເງິນກ້ອນໃຫຍ່ເຂົ້າໃນການຊ້ອມຮົບຮ່ວມລະຫວ່າງ ອາເມລິກາ - ສ.ເກົາຫຼີ”.

        ເຖິງຢ່າງໃດກໍ່ຕາມ, ທ່ານ D.Trump ຢືນຢັນວ່າ ບັນດາການຊ້ອມຮົບຮ່ວມກັບ ສ.ເກົາຫຼີ ແລະ ຍີ່ປຸ່ນ ອາດຈະດຳເນີນ “ທັນທີ” ແລະ ບັນດາການຊ້ອມຮົບຮ່ວມນີ້ ຈະມີຂອບຂະໜາດໃຫຍ່ກ່ວາ.

        ແລະກໍ່ໃນວັນທີ 29 ສິງຫາ, ທ່ານລັດຖະມົນຕີກະຊວງປ້ອງກັນປະເທດ ອາເມລິກາ James Mattis ເນັ້ນໜັກວ່າ “ຍັງບໍ່ທັນມີຄວາມຕັດສິນໃດ” ຖືກຍົກອອກມາ ກ່ຽວກັບເລື່ອງຢຸດຕິການຊ້ອມຮົບກັບ ສ.ເກົາຫຼີ. ຕາມທ່ານ Mattis ແລ້ວ, ເລື່ອງກະຊວງປ້ອງກັນປະເທດ ອາເມລິກາ ຢຸດຕິການຊ້ອມຮົບ 3 ຄັ້ງ ນັ້ນແມ່ນເພື່ອແນໃສ່ສ້າງຂອບເຂດໃຫ້ບັນດານັກການທູດເຈລະຈາ “ສ້າງແຫຼມເກົາຫຼີປອດນິວເຄຼຍຢ່າງສີ້ນເຊີງ, ບໍ່ສາມາດຕ່າວປີ້ນໄດ້ ແລະ ສາມາດກວດສອບໄດ້”.

ຕອບກັບ

ຂ່າວ/ບົດ​ອື່ນ