ທ່ານປະທານາທິບໍດີ ຟີລິບປິນ ຂໍໂທດປະຊາຊົນຍ້ອນບັ້ນຮົບຢູ່ Marawi

(VOVWORLD) - ວັນທີ 20 ມິຖຸນາ, ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte ໄດ້ກ່າວຄຳຂໍໂທດປະຊາຊົນຍ້ອນບັ້ນຮົບການທະຫານຢູ່ Marawi, ພາກໃຕ້ຂອງປະເທດນີ້ເຮັດໃຫ້ນະຄອນນີ້ຖືກທຳລາຍ. ແຕ່ທ່ານກໍ່ເນັ້ນໜັກຄວາມຈຳເປັນຕ້ອງຕີຂັບໄລ່ບັນດາມືປືນທີ່ຈົ່ງຮັກພັກດີຕໍ່ອົງການ “ລັດອິດສະລາມ” IS ອອກຈາກທີ່ນີ້. 
ທ່ານປະທານາທິບໍດີ ຟີລິບປິນ ຂໍໂທດປະຊາຊົນຍ້ອນບັ້ນຮົບຢູ່ Marawi - ảnh 1  ທ່ານປະທານາທິບໍດີ ຟີລິບປິນ Rodrigo Duterte

ກ່າວຄຳເຫັນທີ່ສູນອົບພະຍົບໃກ້ກັບ Marawi, ທ່ານ Duterte ໄດ້ກ່າວຄຳ “ຂໍໂທດຫຼາຍໆ” ຍ້ອນບັນດາບັນຫາທີ່ເກີດຂຶ້ນສຳລັບປະຊາຊົນນະຄອນ, ພ້ອມທັງຫວັງວ່າ ເຂົາເຈົ້າຈະເຂົ້າໃຈບັນດາການກະທຳຂອງລັດຖະບານກໍ່ຄືທະຫານໃນບັ້ນຮົບນີ້. ໄປຄຽງຄູ່ກັນນັ້ນ, ທ່ານປະທານາທິບໍດີ Duterte ໃຫ້ຄຳໝັ້ນສັນຍາໃຫ້ບັນດາການບຸກໂຈມຕີທາງອາກາດໂດຍອາເມລິກາ ໜູນຊ່ວຍຈະສືບຕໍ່ດຳເນີນຢູ່ Marawi, ຖືວ່າຖ້າບໍ່ມີການໜູນຊ່ວຍນີ້, ທະຫານບົກຈະຖືກປະລາໄຊໃນບັ້ນຮົບຢຶດຄອງ Marawi.

        ຖະແຫຼງການດັ່ງກ່າວໄດ້ຍົກອອກມາໃນສະພາບການການປະທະກັນຢູ່ Marawi ພວມກ້າວເຂົ້າສູ່ອາທິດທີ 5 ເຊິ່ງບໍ່ມີສັນຍານຈະຢຸດຕິລົງ. ນັບແຕ່ເມື່ອບັນດາມືປືນລຸກຮືຂຶ້ນພາຍໃຕ້ຄັນທຸງຂອງ IS ຢຶດຄອງ Marawi ນັບແຕ່ວັນທີ 23 ພຶດສະພາ ຜ່ານມາ ແລະ ການປະທະກັນກັບກຳລັງລັດຖະບານ, ຍອດຈຳນວນຜູ້ຖືກເສຍຊີວິດຂຶ້ນເຖິງເກືອບ 370 ຄົນ. ແຕ່ເຖິງຢ່າງໃດກໍ່ຕາມ, ມີຫົວໜ້າຫຼັກແຫຼ່ງຂອງທະຫານກະບົດຫຼາຍຄົນພວມຕັ້ງທັບຢູ່ Marawi. 

ຕອບກັບ

ຂ່າວ/ບົດ​ອື່ນ