ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ຢ້ຽມ​ຢາມ ຍີ່​ປຸນ: ວາງ​ເປົ້າ​ໝາຍ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ສຳ​ຄັນ 7 ສະ​ບ​ັບ

(VOVWORLD) -ວັນທີ 08 ກຸມພາ, ທ່ານປະທານາທິບໍດີ ຟີລິບປິນ Ferdinand Marcos Jr ໄດ້ເລີ່ມດຳເນີນການຢ້ຽມຢາມ ຍີ່ປຸ່ນ ຢ່າງເປັນທາງການໃນເວລາ 5 ວັນ. ສອງຝ່າຍວາງເປົ້າໝາຍລົງນາມໃນຂໍ້ຕົກລົງສຳຄັນ 7 ສະບັບ ເພື່ອແນ່ໃສ່ຊຸກຍູ້ການຮ່ວມມືດ້ານເສດຖະກິດ ແລະ ການປ້ອງກັນຊາດລະຫວ່າງສອງຝ່າຍໃຫ້ຫຼາຍກວ່າອີກ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ຟີ​ລິບ​ປິນ ຢ້ຽມ​ຢາມ ຍີ່​ປຸນ: ວາງ​ເປົ້າ​ໝາຍ​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຮ່ວມ​ມື​ສຳ​ຄັນ 7 ສະ​ບ​ັບ - ảnh 1 ປະທານາທິບໍດີ ຟີລິບປິນ ພົບປະກັບນາຍົກລັດຖະມົນຕີ ຍີ່ປຸ່ນ ຢູ່ກອງປະຊຸມສຸດຍອດ ໃນເດືອນ ກັນຍາ 2022 (ພາບ: Taiwanews)

ໃນນັ້ນ, ໜຶ່ງໃນບັນດາຂໍ້ຕົກລົງສຳຄັນ ເຊິ່ງ 2 ຝ່າຍມຸ່ງໄປເຖິງນັ້ນແມ່ນ ສົນທິສັນຍາຮ່ວມມືດ້ານປ້ອງກັນຊາດຮອບດ້ານລະຫວ່າງກຳລັງປ້ອງກັນ ຍີ່ປຸ່ນ ແລະ ກຳລັງປະກອບອາວຸດ ຟີລິບປິນ ເພື່ອສ້າງເງື່ອນໄຂສະດວກໃຫ້ແກ່ບັນດາການຊ້ອມຮົບຮ່ວມກ່ຽວກັບການຊ່ວຍເຫຼືອມະນຸດສະທຳ ແລະ ການຊ່ວຍເຫຼືອຜູ້ປະສົບເຄາະຮ້າຍຈາກໄພທຳມະຊາດ. ສົນທິສັນຍາ 6 ສະບັບອື່ນ ແມ່ນກ່ຽວຂ້ອງເຖິງຂົງເຂດຄົມມະນາຄົມຂົນສົ່ງ, ເຕັກໂນໂລຢີຂໍ້ມູນຂ່າວສານ ແລະ ສື່ມວນຊົນ, ການຮ່ວມມືດ້ານກະສິກຳ.

        ຕາມກະຊວງການຕ່າງປະເທດ ຟີລິບປິນ ແລ້ວ, ສອງຝ່າຍກໍຄາດວ່າຈະເປີດກວ້າງການຮ່ວມມືດ້ານເສດຖະກິດ, ລວມທັງຂໍ້ຕົກລົງວ່າດ້ວຍການກູ້ຢືມທຶນຈາກ ຍີ່ປຸ່ນ ດ້ວຍມູນຄ່າປະມານ 400 ຕື້ ອຽນ (3 ຕື້ USD), ໜູນຊ່ວຍລະບົບລົດໄຟຂອງ ຟີລິບປິນ.

                                                                    ຟ້າມຮ່າ - ນັກຂ່າວ VOV ປະຈຳ ອິນໂດເນເຊຍ.

ຕອບກັບ

ຂ່າວ/ບົດ​ອື່ນ