ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ຍົກ​ໃຫ້​ເຫັນ​ຜົນ​ຮ້າຍ​ຕາມ​ມາຂອງ ບັນ​ດາ​ຄຳ​ສັ່ງ​ລົງ​ໂທ​ດ​ລັດ​ເຊຍ

(VOVWORLD) -ວັນທີ 12 ພຶດສະພາ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin ຖະແຫຼງວ່າ ບັນດາຄຳສັ່ງລົງໂທດເຊິ່ງ ຝ່າຍຕາເວັນຕົກຈັດວາງໃສ່ ມົດສະກູ ແມ່ນສາຍເຫດພາໄປເຖິງວິກິດການທົ່ວໂລກ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ຍົກ​ໃຫ້​ເຫັນ​ຜົນ​ຮ້າຍ​ຕາມ​ມາຂອງ ບັນ​ດາ​ຄຳ​ສັ່ງ​ລົງ​ໂທ​ດ​ລັດ​ເຊຍ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: AFP/TTXVN)

ຕາມທ່ານ Putin ແລ້ວ, ລັດເຊຍ ໄດ້ປະສົບສຳເລັດການຮັບມືກັບບັນດາຂໍ້ຈຳກັດ ໂດຍຄຳສັ່ງລົງໂທດກໍ່ຂຶ້ນ. ທ່ານກໍ່ເນັ້ນໜັກວ່າ ເລື່ອງຝ່າຍຕາເວັນຕົກ ສືບຕໍ່ຈັດວາງບັນດາຄຳສັ່ງລົງໂທດໃສ່ມົດສະກູຈະເກີດຜົນຕາມມາທີ່ຮ້າຍແຮງຕໍ່ປະຊາຊົນຂອງສະຫະພາບເອີລົບ (EU) ແລະ ບັນດາປະເທດທຸກຍາກທີ່ສຸດໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ