ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ START - 3 ຕື່ມ​ອີກ 5 ປີ

(VOVWORLD) - ການຕໍ່ກຳນົດເວລາສົນທິສັນຍາ START – 3 ຕື່ມອີກ 5 ປີ ຈະອະນຸຍາດໃຫ້ທັງ ລັດເຊຍ - ອາເມລິກາ ສືບຕໍ່ປຶກສາຫາລືກ່ຽວກັບການຄວບຄຸມອາວຸດ - ນັບທັງຍຸດທະສາດ ແລະ ຍຸດທະວິທີ, ນິວເຄຼຍ ແລະ ປອດນິວເຄຼຍ ເພື່ອເຈລະຈາກ່ຽວກັບສະຖຽນລະພາບຍຸດທະສາດ ແລະ ອາດຈະມີການເຂົ້າຮ່ວມເຈລະຈາຂອງຝ່າຍທີສາມໃນການຫຼຸດຜ່ອນອາວຸດ.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ ລັດ​ເຊຍ V.Putin ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຕໍ່​ກຳ​ນົດ​ເວ​ລາ​ສົນ​ທິ​ສັນ​ຍາ START -  3 ຕື່ມ​ອີກ 5 ປີ - ảnh 1ທ່ານປະທານາທິບໍດີ ລັດເຊຍ Vladimir Putin (ພາບ: Tass)

ວັນທີ 29 ມັງກອນ, ທ່ານປະທານາທິບໍດີ ລັດເຊຍ Vladimir Putin  ໄດ້ລົງນາມໃນຂໍ້ຕົກລົງວ່າດ້ວຍການຕໍ່ກຳນົດເວລາສົນທິສັນຍາຫຼຸດຜ່ອນອາວຸດບຸກໂຈມຕີຍຸດທະສາດ (START – 3) ລະຫວ່າງ ລັດເຊຍ ແລະ ອາເມລິກາ ຕື່ມອີກ 5 ປີ, ໝາຍຄວາມວ່າຮອດວັນທີ 5 ກຸມພາ ປີ 2026. ຕາມວັງ Kremlin ແລ້ວ, “ການຕໍ່ກຳນົດເວລາສົນທິສັນຍາສະບັບນີ້ ຈະສະໜອງແກ່ຜົນປະໂຫຍດແຫ່ງຊາດຂອງ ສະຫະພັນລັດເຊຍ, ອະນຸຍາດໃຫ້ຮັກສາລັກສະນະໂປ່ງໃສ, ຈະແຈ້ງ ແລະ ຄວາມສາມາດຄາດຄະເນຂອງບັນດາສາຍພົວພັນຍຸດທະສາດລະຫວ່າງ ລັດເຊຍ ແລະ ອາເມລິກາ, ຮັກສາສະຖຽນລະພາບຍຸດທະສາດໃນໂລກ, ກໍຄືສົ່ງຜົນກະທົບທີ່ເປັນປະໂຫຍດມາໃຫ້ສະພາບການສາກົນ ກໍຄືຊຸກຍູ້ການພັດທະນາຂອງວິວັດການຫຼຸດຜ່ອນຫຼືລົບລ້າງອາວຸດນິວເຄຼຍ.”

        ການຕໍ່ກຳນົດເວລາສົນທິສັນຍາ START – 3 ຕື່ມອີກ 5 ປີ ຈະອະນຸຍາດໃຫ້ທັງ ລັດເຊຍ - ອາເມລິກາ ສືບຕໍ່ປຶກສາຫາລືກ່ຽວກັບການຄວບຄຸມອາວຸດ - ນັບທັງຍຸດທະສາດ ແລະ ຍຸດທະວິທີ, ນິວເຄຼຍ ແລະ ປອດນິວເຄຼຍ ເພື່ອເຈລະຈາກ່ຽວກັບສະຖຽນລະພາບຂອງຍຸດທະສາດ ແລະ ອາດຈະມີການຫຼຸດຜ່ອນອາວຸດດ້ວຍການເຂົ້າຮ່ວມເຈລະຈາຂອງຝ່າຍທີສາມ.

ຕອບກັບ

ຂ່າວ/ບົດ​ອື່ນ