ທ່ານປະທານາທິບໍດີ ສີລັງກາ ຖະແຫຼງ ຈະຢຸດຕິຄໍາສັ່ງສະພາວະສຸກເສີນໂດຍໄວ

(VOVWORLD) -ທ່ານປະທານາທິບໍດີ ສີລັງກາ Maithripala Sirisena ຖະແຫຼງວ່າ ຈະຢຸດຕິບັນດາຄໍາສັ່ງສະພາວະສຸກເສີນໃນໄລຍະໜຶ່ງເດືອນຈະມາເຖິງ

        ວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ສີລັງກາ Maithripala Sirisena ຖະແຫຼງວ່າ ຈະຢຸດຕິບັນດາຄໍາສັ່ງສະພາວະສຸກເສີນໃນໄລຍະໜຶ່ງເດືອນຈະມາເຖິງ ຍ້ອນວ່າ ສະພາບຄວາມສະຫງົບໃກ້ຈະກັບຄືນສູ່ເປັນປົກກະຕິ ພາຍຫຼັງການຖີ້ມລູກລະເບີດທີ່ນອງເລືອດໃນເດືອນເມສາຜ່ານມາ.

        ກ່າວຄໍາເຫັນກັບບັນດານັກການທູດ ອົດສະຕາລີ, ການາດາ, ຍີ່ປຸ່ນ, ອາເມລິກາ ແລະ ບັນດາປະເທດ ເອີຣົບ ຢູ່ ໂກລົມໂບ, ທ່ານປະທານາທິບໍດີ Sirisena ຢັ້ງຢືນວ່າ ວົງການເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ສີລັງກາ ໄດ້ຈັບຕົວ ຫຼື ດັບສູນບັນດາເປົ້າໝາຍທັງໝົດທີ່ຕ້ອງຮັບຜິດຊອບຕໍ່ບັນດາເຫດການຖີ້ມລູກລະເບີດໃນວັນທີ 21 ເມສາ ເຊິ່ງເຮັດໃຫ້ສາມັນຊົນ 258 ຄົນ ເສຍຊີວິດ ແລະ 500 ຄົນ ຮັບບາດເຈັບ. ຄໍາສັ່ງສະພາວະສຸກເສີນ ໄດ້ປະກາດ ເພື່ອແນໃສ່ຮັບມືກັບສະພາບປ້ອງກັນຄວາມສະຫງົບຢ່າງຮີບດ່ວນ.ເຖິງຢ່າງໃດກໍຕາມ, ປັດຈຸບັນ ບໍ່ຄວນສືບຕໍໍ່ ຕໍ່ກໍານົດເວລາສໍາລັບ ຄໍາສັ່ງດັ່ງກ່າວອີກ.


ຕອບກັບ

ຂ່າວ/ບົດ​ອື່ນ