ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ

(VOVWORLD) - ນີ້ເປັນຄັ້ງທີ 2, ທ່ານປະທານາທິບໍດີ Joko Widodo ເດີນທາງມາ ຫວຽດນາມ ແລະ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ, ຜ່ານນັ້ນ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ເຊິ່ງໄດ້ເພີ່ມພູນຄູນສ້າງມາໃນຕະຫຼອດເກືອບ 70 ປີ ຜ່ານມາ.
ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ ອິນ​ໂດ​ເນ​ເຊຍ ຢ້ຽມ​ຢາມ ທາງ​ລັດ​ຖະ​ກິດ​ຢູ່ ຫວຽດ​ນາມ - ảnh 1ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo (ພາບ: AFP)

ຕອນບ່າຍວັນທີ 11 ມັງກອນ, ທ່ານປະທານາທິບໍດີ ອິນໂດເນເຊຍ Joko Widodo ເດີນທາງມາຮອດຮ່າໂນ້ຍ, ເລີ່ມຕົ້ນການຢ້ຽມຢາມທາງລັດຖະກິດ ຢູ່ ຫວຽດນາມ ແຕ່ວັນທີ 11 – 13 ມັງກອນ, ຕາມຄຳເຊື້ອເຊີນຂອງທ່ານປະທານປະ ເທດ ຫວຽດນາມ ຫວໍວັນເຖືອງ. ນີ້ເປັນຄັ້ງທີ 2, ທ່ານປະທານາທິບໍດີ Joko Widodo ເດີນທາງມາ ຫວຽດນາມ ແລະ ແມ່ນໂອກາດເພື່ອໃຫ້ສອງຝ່າຍສືບຕໍ່ແລກປ່ຽນກ່ຽວກັບບັນດາມາດຕະການຊຸກຍູ້ການຮ່ວມມື, ເຮັດໃຫ້ການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງຂຶ້ນຕື່ມ, ຜ່ານນັ້ນ ຮັດແໜ້ນສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ ເຊິ່ງໄດ້ເພີ່ມພູນຄູນສ້າງມາໃນຕະຫຼອດເກືອບ 70 ປີ ຜ່ານມາ.  ໃນການຢ້ຽມຢາມຄັ້ງນີ້, ການນຳສອງຝ່າຍຈະແລກປ່ຽນກ່ຽວກັບຫຼາຍຂົງເຂດ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ເປັນຕົ້ນແມ່ນ: ຊຸກຍູ້ການຄ້າ ແລະ ການລົງທຶນ, ການຮ່ວມມືໃນການຫັນປ່ຽນພະລັງງານ, ພັດທະນາເສດຖະກິດສີຂຽວ ແລະ ຍືນຍົງ, ເສດຖະກິດດີຈີຕອນ, ການຮ່ວມມືໃນຂົງເຂດການຜະລິດລົດໄຟຟ້າ, ກະສິກຳທີ່ໝູນໃຊ້ເຕັກໂນໂລຢີສູງ; ຊຸກຍູ້ການຮ່ວມມື ແລະ ສົມທົບກັນໃນບັນດາເວທີປາໄສພາກພື້ນ ແລະ ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ