ທ່ານປະທານາທິບໍດີ ອາເມລິກາ ນາບຂູ່ວ່າ ຈະຂຶ້ນອັດຕາພາສີໃສ່່ສິນຄ້ານໍາເຂົ້າຈາກຈີນ

(VOVWORLD) - ວັນ 19 ພະຈິກ, ທ່ານປະທານາທິບໍດີ ອາເມລິກາ Donald Trump  ສືບຕໍ່ນາບຂູ່ວ່າ ຈະຂຶ້ນອັດຕາພາສີໃສ່ສິນຄ້ານໍາເຂົ້າຈາກ ຈີນ ຖ້າຫາກບໍ່ບັນລຸໄດ້ຂໍ້ຕົກລົງ ເພື່ອແນໃສ່ຢຸດຕິສົງຄາມການຄ້າລະຫວ່າງສອງພື້ນຖານເສດຖະກິດໃຫຍ່ທີ່ສຸດໃນໂລກນີ້, ເຊິ່ງເຄີຍເຮັດໃຫ້ຕະຫຼາດແຫ່ງຕ່າງໆມີຄວາມປັ່ນປ່ວນ ແລະ ກໍ່ຜົົນເສຍຫາຍຕໍ່ການເຕີບໂຕທ່ົວໂລກ. 

     ກ່າວຄໍາເຫັນໃນກອງປະຊຸມຄະນະລັດຖະບານທີ່ດໍາເນີນຢູ່ທໍານຽບຂາວ, ທ່ານປະທານາທິບໍດີ Donald Trump ເນັ້ນໜັກວ່າ ຖ້າຫາກ ອາເມລິກາ ບໍ່ບັນລຸໄດ້ຂໍ້ຕົກລົງດ້ານການຄ້າ ກັບ ຈີນ ນັ້ນ, ທ່ານຈະຂຶ້ນອັດຕາພາສີໃຫ້ສູງກວ່ານັ້ນຕື່ມອີກ. ທ່ານ Donald Trump ກ່າວວ່າ:

        “ຈີນ ຈະຕ້ອງປະຕິບັດຂໍ້ຕົກລົງ ທີ່ຂ້າພະເຈົ້າເຫັນດີ. ຖ້າຫາກເຂົາເຈົ້າບໍ່ເຮັດຄືແນວນັ້ນ, ກໍບໍ່ມີບັນຫາຫຍັງ. ປັດຈຸບັນ, ຂ້າພະເຈົ້າຮູ້ສຶກເພິ່ງພໍໃຈຕໍ່ຈີນ. ເຂົາເຈົ້າພວມສົ່ງເງິນຄືນໃຫ້ພວກເຮົານັບເປັນຕື້ໆ USD. ພວກເຮົາຈະໄດ້ຫຼາຍກວ່າ 100 ຕື້ USD ໃນອະນາຄົດໃກ້ໆນີ້”.

        ມາຮອດປັດຈຸບັນ, ອາເມລິກາ ໄດ້ຈັດວາງອັດຕາພາສີສໍາລັບສິນຄ້າຂອງຈີນປະມານ 500 ຕື້ USD ແລະ ຈີນ ພວມໂຕ້ຕອບດ້ວຍການຈັດວາງອັດຕາພາສີຕໍ່ສິນຄ້າຂອງ ອາເມລິກາ ປະມານ 110 ຕື້ USD.

ຟ້າມຮວນ, ນັກຂ່າວ VOV ປະຈໍາ ອາເມລິກາ.


 

ຕອບກັບ

ຂ່າວ/ບົດ​ອື່ນ