ທ່ານ​ປະທານ​ແນວ​ໂຮມປະ​ເທດ​ຊາດ​ຫວຽດນາມ ​ເຈິ່ນ​ແທັງ​ເໝິນ ສົ່ງ​ຈົດໝາຍອວຍພອນ​ວັນບຸນ​ວິສາຂະບູຊາ ປີ 2020

(VOVWORLD) -  ເນື່ອງໃນໂອກາດງານບຸນວິສາຂະບູຊາ ປີ 2020 - ພສ 2564, ທ່ານປະທານຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ ເຈິ່ນແທັງເໝິນ ໄດ້ສົ່ງຈົດໝາຍອວຍພອນ ເຖິງບັນດາຜູ້ມີຍົກສັກຕໍາແໜ່ງທາງພຸດທະສາສະໜາ, ຄູບາ, ພະສົງສໍາມະເນນ ແລະ ພຸດທະສາສະນິກກະຊົນຂອງຫວຽດນາມ.

        ໃນຈົດໝາຍ, ທ່ານ ເຈິ່ນແທັງເໝິນ ໄດ້ຍ້ອງຍໍຊົມເຊີຍຕໍ່ບັນດາການປະກອບສ່ວນອັນໃຫຍ່ຫຼວງຂອງສະມາຄົມພຸດທະສາສະໜາຫວຽດນາມ ແລະ ພໍ່ແມ່ພີ່ນ້ອງຊາວພຸດທັງຢູ່ພາຍໃນ ແລະ ຕ່າງປະເທດໃນສະພາບການເກີດໂລກລະບາດໂຄວິດ - 19 ຄືໃນປັດຈຸບັນ ພ້ອມທັງປາດຖະໜາວ່າ ສະມາຄົມພຸດທະສາສະໜາຫວຽດນາມ, ຄູບາ, ພະສົງ, ສໍາມະເນນ ພ້ອມດ້ວຍພຸດທະສາສະນິກກະຊົນ ສືບຕໍ່ເສີມຂະຫຍາຍກໍາລັງແຮງຂອງກຸ່ມກ້ອນມະຫາສະໝັກຄີທົ່ວປວງຊົນທັງຊາດໃຫ້ຫຼາຍກວ່າອີກ ດ້ວຍເນື້ອໃຈຈິດໃຈ “ຮັກຊາດ, ຊ່ວຍເຫຼືອປະຊາຊົນ” ແລະ ຄວາມເມດຕາປານີຂອງພຸດທະສາສະໜາ ເພື່ອພ້ອມກັບປະຊາຊົນໃນທົ່ວປະເທດ ຜ່ານຜ່າຄວາມຫຍຸ້ງຍາກ, ຍາດເອົາຊະນະຕໍ່ໂລກລະບາດໂຄວິດ - 19, ພັດທະນາເສດຖະກິດ - ສັງຄົມ, ຮັບປະກັນວຽກງານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ ແລະ ຍົກສູງທີ່ຕັ້ງບົດບາດຂອງປະເທດຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ