ທ່ານຟ້າມກວາງຫ້ຽວ ຮັບດຳລົງຕຳແໜ່ງຮອງປະທານຄະນະກຳມະການແມ່ນ້ຳຂອງຫວຽດນາມ

(VOVWORLD) -ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ມີໜ້າທີ່ຄົ້ນຄ້ວາ, ສະເໜີຕໍ່ນາຍົກລັດຖະມົນຕີກ່ຽວກັບ ທິດທາງ, ມາດຕະການເພື່ອແກ້ໄຂບັນຫາສຳຄັນ, ລະຫວ່າງຂະແໜງການ, ລະຫວ່າງຊາດຢູ່ ອ່າງໂຕ່ງແມ່ນ້ຳຂອງ. 

ທ່ານຟ້າມກວາງຫ້ຽວ ຮັບດຳລົງຕຳແໜ່ງຮອງປະທານຄະນະກຳມະການແມ່ນ້ຳຂອງຫວຽດນາມ - ảnh 1ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວ (ພາບ: TTXVN)

ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງ ຫາກໍ່ເຊັນຂໍ້ຕົກລົງແຕ່ງຕັ້ງ ທ່ານຮອງລັດຖະມົນຕີ ກະຊວງການຕ່າງປະເທດ ຫວຽດນາມ ຟ້າມກວາງຫ້ຽວດຳລົງຕຳແໜ່ງຮອງປະທານຄະນະກຳມະການແມ່ນ້ຳຂອງ ຫວຽດນາມ . ຂໍ້ຕົກລົງມີຜົນສັກສິດແຕ່ວັນທີ 30 ມີນາ ປີ 2022 ເປັນຕົ້ນໄປ. ຄະນະກຳມະການແມ່ນ້ຳຂອງ ຫວຽດນາມ ມີໜ້າທີ່ຄົ້ນຄ້ວາ, ສະເໜີຕໍ່ນາຍົກລັດຖະມົນຕີກ່ຽວກັບ ທິດທາງ, ມາດຕະການເພື່ອແກ້ໄຂບັນຫາສຳຄັນ, ລະຫວ່າງຂະແໜງການ, ລະຫວ່າງຊາດຢູ່ ອ່າງໂຕ່ງແມ່ນ້ຳຂອງ. ໄປຄຽງຄູ່ກັນນັ້ນ, ແມ່ນຊ່ວຍທ່ານນາຍົກລັດຖະມົນຕີ ຊີ້ນຳ, ປະສານງານ, ສົມທົບລະຫວ່າງບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ, ອົງການຈັດຕັ້ງ, ຄູ່ຮ່ວມມືສາກົນ, ພາກພື້ນ, ພາຍໃນປະເທດ ແລະ ສ່ວນບຸກຄົນທີ່ກ່ຽວຂ້ອງໃນການຕິດຕາມ, ກວດກາ ການປະຕິບັດການເຄື່ອນໄຫວລະຫວ່າງຂະແໜງບການຢູ່ ອ່າງໂຕ່ງແມ່ນ້ຳຂອງ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ