ທ່ານລັດຖະມົນຕີ ຟຸ່ງກວາງແທງ ຕ້ອນຮັບເລຂາທິການໃຫຍ່ກະຊວງປ້ອງກັນຊາດ ສ.ອີຕາລີ

ທ່ານລັດຖະມົນຕີ ຟຸ່ງກວາງແທງ ຕ້ອນຮັບເລຂາທິການໃຫຍ່ກະຊວງປ້ອງກັນຊາດ ສ.ອີຕາລີ - ảnh 1
( ພາບ: ທ່ານລັດຖະມົນຕີ ຟຸ່ງກວາງແທງ ຕ້ອນຮັບເລຂາທິການໃຫຍ່ກະຊວງປ້ອງກັນຊາດ ສ.ອີຕາລີ - ảnh 2vietnamplus.vn )

( vovworld ) -    ຕອນ​ເຊົ້າ​ວັນ​ທີ 8/3, ຢູ່​ຮ່າ​ໂນ້ຍ, ທ່ານພົນ​ເອກ ຟຸ່ງກວາງ​ແທງ ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດຫວຽດນາມ ​ໄດ້ໃຫ້ການ​ຕ້ອນຮັບທ່ານພົນ​ຕີ Claudio Debertoli, ເລຂາທິການ​ໃຫຍ່​ກະຊວງ​ປ້ອງ​ກັນຊາ​ດ, ປະທານ​ຄະນະ​ກຳ​ທະ​ການ​ປະ​ກອບ​ອາວຸດ​ແຫ່ງ​ຊາດ​ສ.ອີ​ຕາ​ລີ ​ແລະ ຄະນະ​ເຂົ້າ​ຢ້ຽມ​ຄຳນັບ. ທ່ານ​ລັດ​ຖະມົນຕີ ຟຸ່ງກວາງ​ແທງ ປາດ​ຖະໜາ​ວ່າ, ກະຊວງ​ປ້ອງ​ກັນຊາ​ດຂອງ​ສອງ​ປະ​ເທດ​ສືບ​ຕໍ່​ເພີ່ມ​ທະວີ​ສາຍພົວ​ພັນ​ມິດຕະພາບ, ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ປ້ອງ​ກັນ​ປະ​ເທດ, ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​​ແຕ່ລະ​ປະ​ເທດ, ປະກອບສ່ວນ​ເພື່ອ​ສັນຕິພາບ, ສະຖຽນ​ລະ​ພາບ, ການ​ຮ່ວມ​ມື ​ແລະ ພັດທະນາ​​ໃນພາກ​ພື້ນ ​ແລະ ​ໃນ​ໂລກ.

        ​ໃນ​​ເວລາ​ຢູ່​ຢ້ຽມຢາມຫວຽດນາມ, ທ່ານພົນ​ຕີ Claudio Debertoli ​ແລະ ​ຄະນະ​ໄດ້​ໄປ​ວາງ​ພວງມາລາ​ຢູ່​ອາ​ນຸສາ​ວະລີ​ນັກຮົບ​ວິລະ​ຊົນເສຍສະຫະຊີວິດ​ເພື່ອ​ຊາດ, ​ໄປ​ວາງ​ພວງມາລາ ​ແລະ ​ເຂົ້າ​ຄໍ່ານັບ​ສຸສານ​ປະທານ​ປະທານ​​ໂຮ່ຈິ​ມິນ, ຢ້ຽມຢາມ​ບ່ອນຢູ່ ​ແລະ ​ເຮັດ​ວຽກ​ຂອງ​ປະທານ​ໂຮ່ຈິ​ມິນ ​ແລະ ອື່ນໆ.

ຂ່າວ/ບົດ​ອື່ນ