ທ່ານລັດຖະມົນຕີ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ

(VOVWORLD) - ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ສະເໜີໃຫ້ຝ່າຍ ອາເມລິກາ ໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການຮ່ວມມືໃນການຄົ້ນຄວ້າ, ພັດທະນາເຕັກໂນໂລຊີໃໝ່ ຮັບໃຊ້ເສດຖະກິດດີຈີຕອນ
ທ່ານລັດຖະມົນຕີ ໂຕເລິມ ຕ້ອນຮັບທ່ານເອກອັກຄະລັດຖະທູດ ອາເມລິກາ ປະຈຳ ຫວຽດນາມ - ảnh 1ທີ່ການຕ້ອນຮັບ
(ພາບ: cand.com.vn)

        ຕອນບ່າຍວັນທີ 30 ມິຖຸນາ, ຢູ່ ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານເອກອັກຄະລັດຖະທູດວິສາມັນ ຜູ້ມີອຳນາດເຕັມແຫ່ງສະຫະລັດ ອາເມລິກາ Marc Knapper, ທ່ານພົນເອກ ໂຕເລິມ, ລັດຖະມົນຕີກະຊວງຕຳຫຼວດ ຫວຽດນາມ ສະເໜີໃຫ້ຝ່າຍ ອາເມລິກາ ໜູນຊ່ວຍບຳລຸງສ້າງແຫຼ່ງຊັບພະຍາກອນມະນຸດ ແລະ ການຮ່ວມມືໃນການຄົ້ນຄວ້າ, ພັດທະນາເຕັກໂນໂລຊີໃໝ່ ຮັບໃຊ້ເສດຖະກິດດີຈີຕອນ, ໜູນຊ່ວຍຍົກສູງປະສິດທິຜົນວຽກງານຄຸ້ມຄອງຂໍ້ມູນແຫ່ງຊາດກ່ຽວກັບພົນລະເມືອງ. ສືບຕໍ່ສົມທົບກັບ ຫວຽດນາມ ແບ່ງປັນ, ແລກປ່ຽນຂໍ້ມູນ, ບົດຮຽນໃນການສ້າງກົນໄກຄຸ້ມຄອງສຳລັບບັນດາບັນຫາເກີດຂຶ້ນໃນຂົງເຂດຄວາມໝັ້ນຄົງທາງເຄືອຂ່າຍອີນເຕີເນັດໃຫ້ສົມບູນແບບ; ເພີ່ມທະວີການສົມທົບກັນຮັບປະກັນຄວາມໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ການປ້ອງກັນ ຕ້ານອາດຊະຍາກຳທາງເຄືອຂ່າຍອິນເຕີເນັດ…

        ສ່ວນທ່ານເອກອັກຄະລັດຖະທູດ Marc Knapper, ເຊື່ອໝັ້ນວ່າ ໃນໄລຍະຈະມາເຖິງ, ການພົວພັນຮ່ວມມືລະຫວ່າງ ບັນດາອົງການກ່ຽວຂ້ອງຂອງ ອາເມລິກາ ແລະ ກະຊວງຕຳຫຼວດ ຫວຽດນາມ ຈະສືບຕໍ່ໄດ້ຮັບການຍູ້ແຮງ, ປະກອບສ່ວນເພີ່ມທະວີການຮ່ວມມືລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ