ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD

(VOVWORLD) - OECD ແລະ ບັນດາປະເທດ ຄວນເພີ່ມທະວີການສົມທົບນະໂຍບາຍ, ຈຳກັດບັນດາຮົ້ວກີດຂວາງ, ການອາລັກຂາການຄ້າ ແລະ ການລົງທຶນ, ສ້າງລະບົບການຄ້າທົ່ວໂລກທີ່ລຸລ່ວງ, ເຄື່ອນໄຫວບົນພື້ນຖານກົດໝາຍ, ຄວາມເສລີ, ຄວາມຍຸຕິທຳ, ຄວາມໂປ່ງໃສ ແລະ ກວມລວມ ກັບອົງການການຄ້າໂລກ
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ພົບປະກັບບັນດາຜູ້ແທນເຂົ້າຮ່ວມກອງປະຊຸມ
(ພາບ:Quang Dũng/VOV-Paris)

ໂດຍໄດ້ຮັບຄຳເຊີນຂອງທ່ານ Mathias Cormann, ເລຂານຸການໃຫຍ່ ອົງການຮ່ວມມື ແລະ ພັດທະນາເສດຖະກິດ (OECD) ແລະ ທ່ານ James Cleverly, ລັດຖະມົນຕີກະຊວງການຕ່າງປະເທດ ລາຊະອານາຈັກ ອັງກິດ, ໃນລະຫວ່າງວັນທີ 7 8 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ເຂົ້າຮ່ວມກອງປະຊຸມສະພາລັດຖະມົນຕີ OECD ປີ 2023 ຢູ່ນະຄອນຫຼວງ ປາຣີ, ປະເທດ ຝລັ່ງ.

        ກ່າວຄຳເຫັນທີ່ກອງປະຊຸມດ້ວຍຫົວຂໍ້ “ຮັບປະກັນອະນາຄົດສ້າງຄວາມເຂັ້ມແຂງດ້ວຍຕົນເອງ: ບັນດາມູນຄ່າລວມ ແລະ ຄູ່ຮ່ວມມືທົ່ວໂລກ” ທີ່ຈັດຂຶ້ນໃນວັນທີ 7 ມິຖຸນາ, ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ໄດ້ຍົກອອກຂ້ໍສະເໜີ 3 ຂໍ້, ເຊິ່ງລວມມີ: ທີໜຶ່ງແມ່ນ: OECD ແລະ ບັນດາປະເທດ ຄວນເພີ່ມທະວີການສົມທົບນະໂຍບາຍ, ຈຳກັດບັນດາຮົ້ວກີດຂວາງ, ການອາລັກຂາການຄ້າ ແລະ ການລົງທຶນ, ສ້າງລະບົບການຄ້າທົ່ວໂລກທີ່ລຸລ່ວງ, ເຄື່ອນໄຫວບົນພື້ນຖານກົດໝາຍ, ຄວາມເສລີ, ຄວາມຍຸຕິທຳ, ຄວາມໂປ່ງໃສ ແລະ ກວມລວມ ກັບອົງການການຄ້າໂລກ (WTO) ຢູ່ທີ່ຕັ້ງໃຈກາງ. ທີສອງແມ່ນ, OECD ດ້ວຍບົດບາດເປັນທີ່ປຶກສາດ້ານນະໂຍບາຍ, ຄວນສ້າງຕັ້ງບັນດາມາດຖານທົ່ວໂລກ, ສືບຕໍ່ເພີ່ມທະວີການສະໜິດຕິດພັນ, ການໂອ້ລົມສົນທະນາດ້ວຍບັນດາປະເທດພວມພັດທະນາ, ຄິດໄລ່ເຖິງເງື່ອນໄຂ, ທັດສະນະຂອງບັນດາປະເທດນອກກຸ່ມ OECD ໃນວິວັດການສ້າງແຜນກຳນົດບັນດານະໂຍບາຍ, ມາດຖານທົ່ວໂລກ. ທີສາມແມ່ນ: OECD ສືບຕໍ່ໜູນຊ່ວຍບັນດາປະເທດພວມພັດທະນາຍົກສູງກຳລັງຄວາມສາມາດແກ່ງແຍ້ງ, ກຳນົດທີ່ຕັ້ງແຫ່ງຊາດໃນລະບົບມູນຄ່າທົ່ວໂລກ, ປັບຕົວໃຫ້ເຂົ້າກັບບັນດາການດັດປັບນະໂຍບາຍທົ່ວໂລກຢ່າງມີປະສິດທິຜົນ, ໃນນັ້ນມີລະດັບພາສີອາກອນພື້ນຖານທົ່ວໂລກ, ພາສີ ລະດັບ ກາກບອນ ຜ່ານແດນ…; ຊ່ວຍຫລຸດຜ່ອນບັນດາຊ່ອງຫວ່າງດ້ານດີຈີຕອນ ແລະ ເຕັກໂນໂລຊີ, ບຳລຸງສ້າງທັກສະ, ເສີມຂະຫຍາຍກຳລັງຄວາມສາມາດຂອງແຮງງານຍິງ ແລະ ບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ.

          ໃນຂອບເຂດກອງປະຊຸມ, ຄະນະຜູ້ແທນ ຫວຽດນາມ ໄດ້ເຂົ້າຮ່ວມການເຄື່ອນໄຫວສຳຄັນອື່ນໆອີກ, ລວມມີ: ເວທີປາໄສທົ່ວໂລກ ກ່ຽວກັບເຕັກໂນໂລຊີຂອງ OECD ແລະ ກອງປະຊຸມສຳມະນາກ່ຽວກັບບັນດາການຜັນແປນະໂຍບາຍພາສີທົ່ວໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ