ທ່ານຫງວຽນຈິວິ້ງ ພົບປະກັບບັນດາການນຳ ກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ Shangri-La 12

ທ່ານຫງວຽນຈິວິ້ງ ພົບປະກັບບັນດາການນຳ ກະຊວງປ້ອງກັນປະເທດ ເຂົ້າຮ່ວມກອງປະຊຸມ Shangri-La 12 - ảnh 1
ທ່ານ​ຫງວຽນ​ຈິ​ວິ້ງ ພົບ​ປະ​ກັບ​ການ​ນຳ​ກະຊວງປ້ອງ​ກັນ​ປະ​ເທດລັດ​ເຊຍ

(ພາບ: TTXVN )

(vovworld)- ຢູ່​ນອກ​ກອງ​ປະຊຸມ​ປ້ອງກັນ​ຄວາມ​ສະຫງົບ​ອາຊີ (ກອງ​ປະຊຸມ Shangri-La) ຄັ້ງທີ 12 ຢູ່​ສິງກະ​ໂປ, ທ່ານ​ພົນ​ໂທ​ຫງວຽນ​ຈິ​ວີ້ງ, ຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ​ຫວຽດນາມ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ ​ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ການ​ນຳ​ກະຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ, ນິວຊີ​ແລນ, ອົດ​ສະ​ຕາ​ລີ, ສິງກະ​ໂປ, ບຣູ​ໄນ, ລັດ​ເຊຍ, ສ​ເກົາຫຼີ, ອາ​ເມ​ລິ​ກາ, ​ແລະ ຈີນ. ​ໃນ​​ການ​ພົບ​ປະ​ສອງ​ຝ່າຍຄັ້ງຕ່າງໆ, ຝ່າຍ​ຕ່າງໆ​ໄດ້​ທົບ​ທວນຄືນ​ການ​ພົວພັນ​ດ້ານ​ການ​ທະຫານ​ສອງ​ຝ່າຍ ​ແລະ ​ແລກ​ປ່ຽນ​ທັດສະນະ​ກ່ຽວ​ກັບ​ສະພາບ​ຄວາມ​ສະຫງົບ​ປອດ​ໄພ​ຂອງ​ພາກ​ພື້ນ ​ແລະ ປຶກສາ​ຫາລື​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເພີ່ມ​ທະວີ​ການ​ພົວພັນ​ດ້ານ​ການ​ປ້ອງ​ກັນຊາ​ດສອງ​ຝ່າຍ​ກ່ວາ​ອີກ ບົນ​ພື້ນ​ຖານ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ; ຊຸກຍູ້​ບັນດາ​ການ​ພົວພັນ​ຮ່ວມ​ມື, ພັດທະນາ​ບົນ​ພື້ນຖານ​ເຄົາລົບ​ຊື່​ງກັນ ​ແລະ ກັນ, ປາດ​ຖະໜາ​ວ່າຈະ​ມີສຽງ​ເວົ້າລວມກ່ຽວ​ກັບບັນດ​າບັນຫາ​ໃຫ່ຍ​ໃນ​ຂົງ​ເຂດ​ປ້ອງ​ກັນຊາ​ດຂອງ​ພາກ​ພື້ນ, ​ໂລກ ຊື່​ງຕ່າງ​ມີ​ຄວາມ​ສົນ​ໃຈ​ຄື: ສັນຕິພາບ, ສົງຄາມ, ຄວາມໝັ້ນຄົງ​ການ​ເດີນ​ທະ​ເລ, ຕ້ານ​ການ​ກໍ່​ການ​ຮ້າຍ… ທ່ານຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ​ຫວຽດນາມ ຫງວຽນ​ຈິ​ວີ້ງ ຢືນຢັນ​ວ່າ ຫວຽດນາມ ປາດ​ຖະໜາ​ຢາ​ກສືບ​ຕໍ່​ສ້າງ ​ແລະ ປັບປຸງ​ການ​ພົວພັນ​ມິດຕະພາບ, ການຮ່ວມມື​ກັບປະ​ເທດ​ຕ່າງໆ, ​ໃນ​ນັ້ນມີ​ການ​ພົວພັນ​ດ້ານ​ການ​ປ້ອງ​ກັນຊາ​ດ.
ວັນ​ທີ 2/6, ​ພົນ​ໂທ​ຫງວຽນ​ຈິ​ວີ້ງ, ຮອງລັດຖະມົນຕີ​ກະຊວງ​ປ້ອງກັນ​ປະ​ເທດ​ຫວຽດນາມ, ຫົວໜ້າ​ຄະນະ​ຜູ້​ແທນ​ຫວຽດນາມ ​ເຂົ້າຮ່ວມ​ກອງ​ປະຊຸມ Shangri-La 12 ພວມ​ດຳ​ເນີນ​ໄປ​ຢູ່​ສິງ​ກະ​ໂປ ໄດ້​ມີ​ບົດ​ປາ​ໄສ​ທີ່​ວາ​ລະ​ປະ​ຊຸມ​ຄົບ​ຄະ​ນະ, ໃນ​ນັ້ນ ໄດ້​ເນັ້ນ​ຫ​ນັກ​ເຖິງ​ຄວາມ​ຈຳ​ເປັນ​ຂອງ​ເລື່ອງ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ, ສ້າງ​ກຳ​ລັງ​ແຮງ​ສັງ​ລວມ​ເພື່​ອ​ຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ລວມ ແລະ ຖື​ວ່າ ນີ້​ແມ່ນ​ຫ​ນຶ່ງ​ໃນ​ບັນ​ດາ​ມາດ​ຕະ​ການ​ສຳ​ຄັນ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽ​ນ​ລະ​ພາບ, ກາ​ນ​ຮ່ວມ​ມື ແລະ ພັດ​ທະ​ນາ​ໃນ​ພາກ​ພື້ນ. ທ່ານ ຫງວຽນ​ຈີ​ວີ້ງ ເນັ້ນ​ຫ​ນັກ​ວ່າ: ຫວຽດ​ນາມ ມີ​ຄວາມ​ວິ​ຕົກ​ກັງ​ວົນ​ຕໍ່​ສິ່ງ​ທ້າ​ທາຍ​ທີ່​ພວມ​ຜັນ​ແປ​ໄປ​ນັບ​ມື້​ນັບ​ສັບ​ສົນ​ໃນ​ພາກ​ພື້ນ. ຕໍ່​ຫ​ນ້າ​ສິ່ງ​ທ້າ​ທາຍລວ​ມນັ້ນ ຕ້ອງ​ມີ​ຄວາມ​ຮັບ​ຮູ້​ຢ່າງ​ຄົບ​ຖ້​ວນ ແລະ ມີ​ການ​ກະ​ທຳ​ເປັນ​ເອ​ກະ​ພາບ​ຂອງ​ທຸກ​ປະ​ເທດ. ​ຍາມ​ໃດຫວຽດ​ນາມ ກໍພ້ອມ​ແລ້ວຮ່ວມ​ມື​ກັບ​ທຸກ​ຝ່າຍ​ກ່ຽວ​ຂ້ອງ​ເພື່ອ​ຊອກ​ຫາ​ມາດ​ຕະ​ການ​ພື້ນ​ຖານ ແລະ ຍາວ​ນານ​ໃຫ້​ແກ່​ບັນ​ຫາ​ທະ​ເລ​ຕາ​ເວັນ​ອອກ​ບົນ​ພື້ນ​ຖານ​ກົດ​ໝາຍ​ສາ​ກົນ. ຫວຽດ​ນາມ ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ບັນ​ດາ​ປະ​ເທດ​ຈະ​ມີ​ບາດ​ກ້າວ​ຊຸກ​ຍູ້​ການ​ຮ່ວມ​ມື​ປ້ອງ​ກັນ​ຊາດ​ຢ່າງ​ແທດ​ຈິງກວ່າ ບົນ​ຈິດ​ໃຈ​ເຂົ້າ​ອົກ​ເຂົ້າ​ໃຈ​ເຊິ່ງ​ກັນ ແລະ​ກັນ, ສະ​ເໝີ​ພາບ, ຊ່ວຍ​ເຫລືອ ແລະ ເຄົາ​ລົບ​ເຊິ່ງ​ກັນ ແລະ ກັນ. ນັ້ນ​ແມ່ນ​ວິ​ທີ​ດີ​ສຸດ​ເພື່ອ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ, ການ​ພັດ​ທະ​ນາ​ຢູ່​ພາກ​ພື້ນ ອາ​ຊີ​ ປາ​ຊີ​ຟິກ.

* ກ່ຽວ​ຂ້ອງ​ເຖິງ​ບົດ​ປາ​ໄສ​ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ທີ່​ພິ​ທີ​ໄຂ​ກອງ​ປະ​ຊຸມ Shangri La 12. 
ບັນດາ​ສຳນັກ​ຂ່າວສານ​ລື​ຊື່ລ້ວນ​ແຕ່​ຄັດ​ສະ​ເຫ​ນີ ​ແລະ ລົງ​ພິມບົດ​ປາ​ໄສຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງກອງ​ປະຊຸມ Shangri La 12 ​.ບັນດາ​ສຳນັກ​ຂ່າວສານ​ສ່ວນ​ຫລາຍ​ແມ່ນສົນ​ໃຈ​ເຖິງ​ຄຳ​ຮຽກຮ້ອງ​ສ້າງຄວາມ​ໄວ້​ເນື້​ອ​ເຊື່ອ​ໃຈ​ຂອງ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງກໍ​ຄື​ນະ​ໂຍບາຍ​ປ້ອງ​ກັນຊາ​ດຂອງ​ຫວຽດນາມ.

ສຳນັກ​ຂ່າວສານ NHK ຂອງ​ຍີ່​ປຸນ ສົນ​ໃຈ​ເຖິງ​ຄຳ​ຮຽກ​ຮ້ອງ​ຂອງ​ທ່ານນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງທີ່​ວ່າ: ອາ​ຊຽນ ​ແລະ ຈີນ ຕ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ເທື່ອ​ລະ​ກ້າວ. ສ່ວນ​ BBC ​ໃຫ້​ຮູ້​ວ່າ: ນາຍົກລັດຖະມົນຕີຫວຽດນາມ ຮຽກຮ້ອງ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຍຸດ​ທະ​ສາດ​ຢູ່ ອາຊີ ປາຊີ​ຟີ​ກ ​ເພື່ອ​ຫລຸດຜ່ອນ​ຄວາມ​ເຄັ່ງ​ຕຶງ​ຢູ່​ພາກ​ພື້ນ. ຄວາມ​ສາມັກຄີ​ພາຍ​ໃນ​ກຸ່ມ ອາ​ຊຽນ ​ແລະ ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ແມ່ນ 2 ບັນຫາ​ຈຸດ​ສຸມ​ຊ່ື​ງສຳນັກ​ຂ່າວສານ Reuters ​​ໄດ້ໃຫ້​ຂ່າວ​ກ່ຽວ​ກັບ​ບົດ​ປາ​ໄສ​ຂອງ​ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢູງ. ຫນັງສືພິມ Channel New Asia, Strait Times ຂອງ​ສິງກະ​ໂປ ​ແລະ ສຳນັກ​ຂ່າວສານ AFP ​ແລະ BBC ກໍ​ສົນ​​ໃຈ​ເຖິງ​ຄຳ​ປະກາດ​ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງກ່ຽວ​ກັບ​ເລື່ອງ ຫວຽດນາມ ຈະ​ເຂົ້າ​ຮ່ວມ​ການ​ຮັກສາ​ສັນຕິພາບ​ຂອງ ສປຊ.

ຂ່າວ/ບົດ​ອື່ນ