ທ່ານຫວູດຶກດາມ,ຮອງນາຍົກລັດຖະມົນຕີຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີລົບປະຈຳຫວຽດນາມ

ທ່ານຫວູດຶກດາມ,ຮອງນາຍົກລັດຖະມົນຕີຕ້ອນຮັບເອກອັກຄະລັດຖະທູດສະຫະພາບເອີລົບປະຈຳຫວຽດນາມ - ảnh 1
ການຕ້ອນຮັບດຳເນີນໃນຕອນບ່າຍວັນທີ 15/3
(ພາບ: VGP/Đình Nam)

(vovworld) –  ທີ່​ການ​ຕ້ອນຮັບ​ທ່ານ Bruno Angelet, ​ເອກ​ອັກ​ຄະ​ລັດຖະທູດ ສະຫະພາບ ​ເອີ​ລົບ​ (ອີ​ຢູ) ປະຈຳ ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 15/3, ທີ່​ສຳນັກງານ​ລັດຖະບານ, ທ່ານ ຫວູດືກດາມ, ​ຮອງນາຍົກລັດຖະມົນຕີ ຫວຽດນາມ ປາດ​ຖະໜາ​ວ່າທ່ານ Bruno Angelet ຈະສືບ​ຕໍ່​ປະກອບສ່ວນຢ່າງ​ຕັ້ງໜ້າ, ຊຸກຍູ້​ການ​ພົວພັນ​ຮ່ວມ​ມື​ ຫວຽດນາມ - ອີ​ຢູ ​ໃນ​ໄລຍະ​ຈະ​ມາ​ເຖິງ​ກ່ວາ​ອີກ. ທ່ານ ຫວູດືກດາມ, ​ຮອງນາຍົກລັດຖະມົນຕີ ສະ​ເໜີ​ໃຫ້​ທ່ານ Bruno Angelet, ​ເອກ​ອັກ​ຄະ​ລັດຖະທູດ ສະຫະພາບ ​ເອີ​ລົບ​ ​ເອົາ​ໃຈ​ໃສ່​ຊຸກຍູ້​ບັນດາ​ສະມາຊິກ​ຂອງ ອີ​ຢູ ​ແມ່ນ: ຝຣັ່ງ, ອີ​ຕາ​ລີ, ​ເກຼັກ ປະຕິບັດ​ສຳ​ເລັດ​ການ​ໃຫ້​ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື​ຮອບດ້ານ ​ແລະ ໜູນ​ຊ່ວຍ ຫວຽດນາມ ຜັນ​ຂະຫຍາຍ​ສັນຍາ​ດັ່ງກ່າວ​ຢ່າງ​ມີ​ປະສິດທິ​ຜົນ​ທີ່​ສຸດ. ພ້ອມ​ທັງ ຊຸກຍູ້​ບາດກ້າວ​ຕ່າງໆ​ເພື່ອ​ໃຫ້ ຫວຽດນາມ ພ້ອມ​ກັບ ອີ​ຢູ ​ເຊັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ​ໃນ​ປີ 2016 ​ແລະ ຮັບ​ຮູ້​ກົດ​ລະບຽບ​ເສດຖະກິດ​ການ​ຕະຫຼາດ​ຢ່າງ​ຄົບ​ຖ້ວນ​ຂອງ ຫວຽດນາມ ກົງ​ກັບ​ຈຸດ​ເວລາ​ທີ່ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ ມີ​ຜົນ​ສັກ​ສິດ.

        ສ່ວນ​ທ່ານ Bruno Angelet, ​ເອກ​ອັກ​ຄະ​ລັດຖະທູດ ສະຫະພາບ ​ເອີ​ລົບ​ ຫວັງ​ວ່າ: ​ໄລຍະ​ຈະ​ມາ​ເຖິງ, ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ເປ​ັນຫຼາຍ​ຮູບ​ຫຼາຍ​ແບບ, ມີ​ປະສິດທິ​ຜົນ​ຈະ​ຊຸກຍູ້​ການ​ພົວພັນ ຫວຽດນາມ - ອີ​ຢູ ພັດທະນາ​ນັບ​ມື້​ນັບ​ດີ​ງາມ​ກ່ວາ​ອີກ.


ຂ່າວ/ບົດ​ອື່ນ