ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາ ພົນເອກ ຫວໍງວຽນຢາບ ຢູ່ສຸສານຂອງເພີ່ນ

ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຟຸກ ຖະຫວາຍທູບທຽນອາໄລຫາ ພົນເອກ ຫວໍງວຽນຢາບ ຢູ່ສຸສານຂອງເພີ່ນ - ảnh 1
ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
ໄປ​ວາງ​ພວງມາລາ ​ແລ​ະ ຖະຫວາຍ​ທູບ​ທຽນຢູ່ສຸສານພົນ​ເອກ ຫວໍ​ງວຽນ​ຢາ​ບ
(ພາບ: vtv.vn)


(vovworld) - ຕອນ​ບ່າຍ​ວັນ​ທີ 26/04, ທ່ານຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ ​ໄດ້​ໄປ​ວາງ​ພວງມາລາ ​ແລ​ະ ຖະຫວາຍ​ທູບ​ທຽນອາ​ໄລ​ຫາພົນ​ເອກ ຫວໍ​ງວຽນ​ຢາ​ບ ຢູ່ສຸສານ​ຂອງ​ເພີ່​ນທີ່ຫວູງ​​ຈົ່ວ - ​ເກາະ​ອ໋ຽນ (​ແຂວງ​ກວາງ​ບິ່ງ). ຢູ່​ທີ່​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ສະ​ແດງ​ຄວາມ​ຮູ້​ບູນຄຸນ​ອັນ​ເລິກ​ເຊິ່ງທີ່​ມີ​ຕໍ່​ບັນດາ​ການ​ອຸທິດ​ສ່ວນ, ການ​ປະກອບສ່ວນ​ອັງ​ໃຫຍ່​ຫຼວງ​ຂອງ​ພົນ​ເອກ ຫວໍ​ງວຽນ​ຢາ​ບ ​ໃຫ້​ແກ່​ພາລະກິດ​ຕໍ່ສູ້​ປະຕິວັດ​ອັນ​ສະຫງ່າ​ລາສີ​ຂອງ​ພັກ ​ແລະ ຊາດ​ຫວຽດນາມ.

        ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸກ ​ໄດ້​ລົງ​ຢື້​ຢາມ​ຖາມ​ຂ່າວ​ບັນດາ​ພະນັກງານ, ນັກຮົບ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ກວາງ​ບິ່ງ ທີ່​ພວມ​ປົກ​ປັກ​ຮັກສາ​ສຸສານຂອງ​ພົນ​ເອກ. ທ່ານ​ຮອງ​ນາຍົກລັດຖະມົນຕີ ​​ໄດ້ແບ່ງປັນ, ລະດົມ​ໃຈ, ບັນດາ​ພະນັກງານ, ນັກຮົບ​ປ້ອງ​ກັນຊາ​ຍ​ແດນ ພະຍາຍາມ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ, ລຳ​ບາກ, ຍາມ​ໃດ​ກໍ່​ສຳ​ເລັດ​ໜ້າ​ທີ່​ປົກ​ປັກ​ຮັກສາສຸສານທ່ານພົນ​ເອກ. ຊຶ່ງ​ແມ່ນ​ໜ້າ​ທີ່​ເຊິ່ງພັກ, ລັດ, ກອງທັບ ​ໄດ້​ມອບ​ໝາຍ​ໃຫ້ບັນດາ​ທະຫານ​ປ້ອງ​ກັນຊາຍ​ແດນ.

ຂ່າວ/ບົດ​ອື່ນ