ທ່ານຮອງນາຍົກລັດຖະມົນຕີ Hartwig Loger ນໍາພາລັດຖະບານ ໂອຕາລິດ ໂດຍຊົ່ວຄາວ

(VOVWORLD) -ທ່ານປະທານາທິບໍດີ ໂອຕາລິດ Alexander Van Der Bellen ໃຫ້ຮູ້ວ່່າ ທ່ານຈະຍຸບເລີກລັດຖະບານ ໃນຕອນ 11 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 28 ພຶດສະພາ (ຕາມເວລາທ້ອງຖິ່ນ).
ທ່ານຮອງນາຍົກລັດຖະມົນຕີ Hartwig Loger ນໍາພາລັດຖະບານ ໂອຕາລິດ ໂດຍຊົ່ວຄາວ - ảnh 1ທ່ານນາຍົກລັດຖະມົນຕີ Sebastian Kurz  ທີ່ກອງປະຊຸມຢູ່ ນະຄອນຫຼວງວຽນ ໃນຕອນເຊົ້າວັນທີ 27/05 (ພາບ: THX/TTXVN)

  ຕອນຄໍ່າວັນທີ 27 ພຶດສະພາ, ທ່ານປະທານາທິບໍດີ ໂອຕາລິດ Alexander Van Der Bellen ຖະແຫຼງວ່າ ທ່ານຮອງນາຍົກລັດຖະມົນຕີ Hartwig Loger ເຊິ່ງຂຶ້ນກັບພັກປະຊາຊົນ (OVP) ຈະນໍາພາລັດຖະບານ ໂອຕາລິດ ໂດຍຊົ່ວຄາວໃນໄລຍະສັ້ນ, ຈົນຮອດເມື່ອມີນາຍົກລັດຖະມົນຕີຄົນໃໝ່ປ່ຽນແທນ.

        ໃນຖະແຫຼງການ, ທ່ານປະທານາທິບໍດີ ໂອຕາລິດ Alexander Van Der Bellen ໃຫ້ຮູ້ວ່່າ ທ່ານຈະຍຸບເລີກລັດຖະບານ ໃນຕອນ 11 ໂມງ 30 ນາທີ ຂອງຕອນເຊົ້າວັນທີ 28 ພຶດສະພາ (ຕາມເວລາທ້ອງຖິ່ນ) ແລະ ປົດຕໍາແໜ່່ງນາຍົກລັດຖະມົນຕີຂອງທ່ານ Sebastian Kurz ແລະບັນດາລັດຖະມົນຕີໃນລັດຖະບານ. ເຖິງຢ່າງໃດກໍຕາມ, ທ່ານຈະມອບໃຫ້ລັດຖະບານສືບຕໍ່ປະຕິບັດບັນດາໜ້າທີ່ຂອງຕົນພາຍໃຕ້ການນໍາພາຊົ່ວຄາວຂອງທ່ານຮອງນາຍົກລັດຖະມົນຕີ Hartwig Loger

ຕອບກັບ

ຂ່າວ/ບົດ​ອື່ນ