ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢູ່ແຂວງ ກວາງນິງ

(VOVWORLD) - ຕອນບ່າຍວັນທີ 02 ກຸມພາ, ຄະນະປະຕິບັດງານຂອງລັດຖະບານ ຫວຽດນາມ ໂດຍທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດການປ້ອງກັນ, ຕ້ານເຊື້ອພະຍາດອັກເສບປອດຍ້ອນເຊື້ອໄວຣັດຈຸລະໂລກສາຍພັນໃໝ່ ໂກໂຣນາ, ໄດ້ລົງກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢູ່ນະຄອນ ໝ໊ອງກ໊າຍ, ແຂວງ ກວາງນິງ.
ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢູ່ແຂວງ ກວາງນິງ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກວດກາວຽກງານປ້ອງກັນ, ຕ້ານເຊື້ອພະຍາດຢູ່ແຂວງ ກວາງນິງ (ພາບ: TTXVN)

        ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ຮຽກຮ້ອງແຂວງ ກວາງນິງ ຕ້ອງສືບຕໍ່ປະຕິບັດຕາມການແນະນຳຂອງກະຊວງສາທາລະນະສຸກກ່ຽວກັບການຕິດຕາມກວດກາສຸຂະພາບຂອງຊາວ ຫວຽດນາມ ເຂົ້າເມືອງກັບຄືນປະເທດຢ່າງຖືກຕ້ອງ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວວ່າ:

        “ແຂວງ ກວາງນິງ ແມ່ນແຂວງທ່ອງທ່ຽວ, ບໍ່ພຽງແຕ່ມີການຄົມມະນາຄົມທາງການບິນ, ທາງບົກເທົ່ານັ້ນ ຫາກຍັງມີທາງທະເລອີກດ້ວຍ. ພວກເຮົາຕ້ອງປະຕິບັດການແຈ້ງເຕື່ອນໃຫ້ແຂກທ່ອງທ່ຽວຜູ້ໃດທີ່ໄປຜ່ານເຂດຕິດເຊື້ອພະຍາດໜ້ອຍກ່ວາ 14 ວັນ ກ່ອນທີ່ຈະເຂົ້າເມືອງ ຫວຽດນາມ ຢ່າງເຂັ້ມງວດ, ດຽວນີ້ ຖ້າຫາກມີກ່ຳປັ່ນພວກເຮົາຕ້ອງແຈ້ງເຕື່ອນໃຫ້ຮູ້ຊາບ.”    

        ກ່ອນໜ້ານັ້ນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງກວດກາວຽກງານຜັນຂະຫຍາຍຢູ່ໂຮງໝໍແຍກຜູ້ຕິດເຊື້ອອອກເຂດຕ່າງຫາກພິເສດ ເຊິ່ງຕັ້ງຢູ່ຕາແສງ ນິງເຢືອງ, ນະຄອນ ໝ໊ອງກ໊າຍ. ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກໍ່ກວດກາບໍລິເວນແຈ້ງໜັງສືເຂົ້າອອກເມືອງ, ບໍລິເວນກວດກາອຸນຫະພູມຢູ່ດ່ານຊາຍແດນສາກົນ ໝ໊ອງກ໊າຍ.

ຕອບກັບ

ຂ່າວ/ບົດ​ອື່ນ