ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຮຽກ​ຮ້ອງ​ແຂວງ ເຮົ້າ​ຢາງ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ ກ່ອນ​ເວ​ລາ​ສິ້ນ​ສຸດ​ການແຍກ​ຫ່າງ​ໃນ​ສັງ​ຄົມ

(VOVWORLD) -ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃນຊຸມວັນຈະມາເຖິງ, ແຂວງເຮົ້າຢາງ ຕ້ອງກະກຽມວິທີການເພື່ອໃຫ້ ປະຊາຊົນ, ວິສາຫະກິດກັບຄືນສູ່ການດຳລົງຊີວິດ, ການເຄື່ອນໄຫວຜະລິດດຳເນີນທຸລະກິດ ໃນສະພາບການປົກກະຕິໃໝ່. 
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຮຽກ​ຮ້ອງ​ແຂວງ ເຮົ້າ​ຢາງ ຄວບ​ຄຸມ​ໂລກ​ລະ​ບາດ​ໂຄວິດ - 19 ໃຫ້​ເປັນ​ຢ່າງ​ດີ ກ່ອນ​ເວ​ລາ​ສິ້ນ​ສຸດ​ການແຍກ​ຫ່າງ​ໃນ​ສັງ​ຄົມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ກ່າວຄຳເຫັນທີ່ການເຮັດວຽກ 

ແຂວງເຮົ້າຢາງ ຄວນຄວບຄຸມໂລກລະບາດໂຄວິດ - 19 ໃຫ້ເປັນຢ່າງດີ ກ່ອນເວລາສິ້ນສຸດການແຍກຫ່າງໃນສັງຄົມ ຕາມຄຳສັ່ງເລກທີ 16 ຂອງທ່ານນາຍົກລັດຖະມົນຕີ. ນີ້ແມ່ນຄຳຮຽກຮ້ອງຂອງທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ທີ່ການເຮັດວຽກໂດຍກົງກັບແຂວງ ເຮົ້າຢາງ ກ່ຽວກັບວຽກງານການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນວັນທີ 8 ສິງຫາ.

ທ່ານຮອງນາຍົກລັດຖະມົນຕີ ຮຽກຮ້ອງໃນຊຸມວັນຈະມາເຖິງ, ແຂວງເຮົ້າຢາງ ຕ້ອງກະກຽມວິທີການເພື່ອໃຫ້ ປະຊາຊົນ, ວິສາຫະກິດກັບຄືນສູ່ການດຳລົງຊີວິດ, ການເຄື່ອນໄຫວຜະລິດດຳເນີນທຸລະກິດ ໃນສະພາບການປົກກະຕິໃໝ່. ກ່ຽວກັບການປິ່ນປົວໃຫ້ແກ່ຜູ້ຕິດເຊື້ອພະຍາດໂຄວິດ - 19, ທາງແຂວງ ໄດ້ຈັດປະເພດ ຜູ້ຕິດເຊື້ອພະຍາດໂຄວິດ - 19 ເພື່ອມີບັນດາວິທີການປິ່ນປົວ ແລະ ແຍກຕົວຢ່າງເໝາະສົມ.

ແລະກໍ່ໃນວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ລົງກວດກາວຽກງານປ້ອງກັນ ຕ້ານໂລກລະບາດໂຄວິດ - 19 ຢູ່ ແຂວງອານຢາງ.

ຕອບກັບ

ຂ່າວ/ບົດ​ອື່ນ