ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເຮັດ​ວຽກກັບ​ແຂວງ ຫວິ​ງຟຸກ ກ່ຽວກັບ​ວຽກງານ​ປ້ອງ​ກັນ​​ໂລກລະບາດ

(VOVWORLD) -ລັດຖະບານຈະສ້າງຕັ້ງ ໜ່ວຍປະຕິບັດງານປະຈໍາ ຫວິງຟຸກ ເພື່ອໜູນຊ່ວຍ, ສະໜອງອຸປະກອນການແພດ, ໜູນຊ່ວຍດ້ານວິຊາການ ແລະ ເຕັກນິກການປິ່ນປົວ... ເພື່ອໃຫ້ວຽກງານປ້ອງກັນ, ຕ້ານເຊື້ອພະຍາດບັນລຸປະສິດທິຜົນ. 
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູດຶກ​ດາມ ​ເຮັດ​ວຽກກັບ​ແຂວງ ຫວິ​ງຟຸກ ກ່ຽວກັບ​ວຽກງານ​ປ້ອງ​ກັນ​​ໂລກລະບາດ - ảnh 1 ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມກ່າວຄໍາເຫັນທີ່ການເຮັດວຽກ (ພາບ: VGP)

        ວັນທີ 10 ກຸມພາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຫວູດຶກດາມ, ຫົວໜ້າຄະນະຊີ້ນໍາວຽກງານປ້ອງກັນ, ຕ້ານເຊື້ອໄວຣັດ ໂຄໂຣນາ ສາຍພັນໃໝ່ ໄດ້ມີການເຮັດວຽກກັບແຂວງຫວິງຟຸກ ກ່ຽວກັບສະພາບການຜັນຂະຫຍາຍວຽກງານປ້ອງກັນ, ຕ້ານເຊື້ອພະຍາດດັ່ງກ່າວ. ປັດຈຸບັນ, ແຂວງຫວິງຟຸກ ມີທັງໝົດ 9 ກໍລະນີຕິດເຊື້ອພະຍາດດັ່ງກ່າວ.

        ທີ່ການເຮັດວຽກ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໃສ່ໃຈວ່າ ແຂວງ ຫວິງຟຸກ ຈົ່ງສືບຕໍ່ຄວບຄຸມເຊື້ອພະຍາດດັ່ງກ່າວໃຫ້ມີປະສິດທິຜົນ; ບໍ່ປະໃຫ້ເຊື້ອພະຍາດດັ່ງກ່າວແຜ່ລາມໄປອີກ; ບຸລິມະສິດວຽກງານເອົາໃຈເບິ່ງແຍງດູແລ, ປົກປ້ອງຜູ້ເຖົ້າ, ເດັກນ້ອຍ, ຜູ້ມີສຸຂະພາບອ່ອນເພຍ.... ຢູ່ທ້ອງຖິ່ນ. ລັດຖະບານຈະສ້າງຕັ້ງ ໜ່ວຍປະຕິບັດງານປະຈໍາ ຫວິງຟຸກ ເພື່ອໜູນຊ່ວຍ, ສະໜອງອຸປະກອນການແພດ, ໜູນຊ່ວຍດ້ານວິຊາການ ແລະ ເຕັກນິກການປິ່ນປົວ... ເພື່ອໃຫ້ວຽກງານປ້ອງກັນ, ຕ້ານເຊື້ອພະຍາດບັນລຸປະສິດທິຜົນ. 

ຕອບກັບ

ຂ່າວ/ບົດ​ອື່ນ