ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ ສາ​ກົນ ກ່ຽວ​ກັບ​​ທໍລະນີສາດ​ດ້ານ​ເຕັກ​ນິກ ແລະ ພື້ນ​ຖານ​ໂຄງ​ລ່າງ​ຢູ່ ຫວຽດ​ນາມ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປາດຖະໜາວ່າ ກອງປະຊຸມ ຈະມີການປະກອບສ່ວນ, ສະເໜີວິທີການແກ້ໄຂລະອຽດ ທໍລະນີດ້ານເຕັກນິກ ແລະ ພື້ນຖານໂຄງລ່າງ.
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ ສາ​ກົນ ກ່ຽວ​ກັບ​​ທໍລະນີສາດ​ດ້ານ​ເຕັກ​ນິກ ແລະ ພື້ນ​ຖານ​ໂຄງ​ລ່າງ​ຢູ່ ຫວຽດ​ນາມ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ:  tapchigiaothong.vn)

ວັນທີ 14 ທັນວາ,ຢູ່ຮ່າໂນ້ຍ, ສະມາຄົມ ກົນລະສາດດິນ ແລະ ທໍລະນີສາດດ້ານເຕັກນິກ ກິດຈະກຳ ຫວຽດນາມ ສົມທົບກັບ ກຸ່ມບໍລິສັດ FECON, ສະຖາບັນ ນ້ຳມັນອາຍແກັດ ຫວຽດນາມ, ສະມາຄົມ ທໍລະນີສາດດ້ານເຕັກນິກ ຍີ່ປຸ່ນ, ຈັດກອງປະຊຸມສາກົນ ກ່ຽວກັບ ທໍລະນີສາດດ້ານເຕັກນິກ ແລະ ພື້ນຖານໂຄງລ່າງຢູ່ ຫວຽດນາມ ປີ 2023 (GEOTEC HANOI 2023) ດ້ວຍຫົວຂໍ້ “ທໍລະນີສາດດ້ານເຕັກນິກ ເພື່ອການພັດທະນາພື້ນຖານໂຄງລ່າງແບບຍືນຍົງ”.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ປາດຖະໜາວ່າ ກອງປະຊຸມ ຈະມີການປະກອບສ່ວນ, ສະເໜີວິທີການແກ້ໄຂລະອຽດ ທໍລະນີດ້ານເຕັກນິກ ແລະ ພື້ນຖານໂຄງລ່າງ, ພິເສດແມ່ນພື້ນຖານໃຫ້ແກ່ລັດຖະບານໃນການສ້າງນະໂຍບາຍ, ຍຸດທະສາດ ແລະ ວິທີການແກ້ໄຂ, ເພື່ອປະກອບສ່ວນເຂົ້າໃນການປະຕິບັດສຳເລັດ ໜຶ່ງໃນບັນດາໜ້າທີ່ບຸກທະລຸ ຍຸດທະສາດ ພັດທະນາຂອງ ຫວຽດນາມ ແມ່ນພັດທະນາພື້ນຖານໂຄງລ່າງໂດຍໄວ, ມີສີຂຽວ ແລະ ຍືນຍົງ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ສະເໜີຕ້ອງຊອກຫາວິທີການທີ່ມີຜົນກະທົບໜ້ອຍຕໍ່ໜ່ວຍໂລກ, ເປັນມິດກັບສິ່ງແວດລ້ອມ.

ມາຮອດປັດຈຸບັນ, ທໍລະນີສາດດ້ານເຕັກນິກທີ່ເປັນມິດກັບສິ່ງແວດລ້ອມ ຍັງບໍ່ມີຫຼາຍ, ສ່ວນຫຼາຍວິທີການດ້ານເຕັກນິກ ເຮັດໃຫ້ດິນຂອງໂລກຖືກທຳລາຍ. ນັ້ນແມ່ນເລື່ອງທີ່ຂ້າພະເຈົ້າຢາກ ຍົກອອກມາ ເພື່ອໃຫ້ພວກເຮົາມີການປ່ຽນແປງ. ການຫັນປ່ຽນສີຂຽວ ກໍ່ຕ້ອງມີການຄົ້ນຄ້ວາ ຂອງ ທໍລະນີສາດດ້ານເຕັກນິກ ບັນດາຂົງເຂດກ່ຽວກັບພື້ນຖານ, ກິດຈະກຳທະເລ.

ຕອບກັບ

ຂ່າວ/ບົດ​ອື່ນ