ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ກຸ່ມ G77 ແລະ ຈີນ

(VOVWORLD) - ທ່ານຮອງນາຍົກລັດຖະມົນຕີ ສະເໜີບາງການກຳນົດທິດຮ່ວມມືຈຸດສຸມ ຕໍ່ກຸ່ມ G77 ແລະ ຈີນ, ໃນນັ້ນ ຄວາມຮຽກຮ້ອງຕ້ອງການຈຳເປັນທີ່ສຸດແມ່ນຕ້ອງຊຸກຍູ້ການຮ່ວມມືສາກົນ.

 

ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຈິ່ນ​ຮົ່ງ​ຮ່າ ເຂົ້າ​ຮ່ວມກອງ​ປະ​ຊຸມ​ສຸດຍອດ ກຸ່ມ G77 ແລະ ຈີນ - ảnh 1ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: VGP)

ກອງປະຊຸມສຸດຍອດສະຫະພັນ ລວມມີ 135 ປະເທດພວມພັດທະນາ (G77) ແລະ ຈີນ ໄດ້ໄຂຂຶ້ນໃນວັນທີ 15 ກັນຍາ, ຢູ່ນະຄອນຫຼວງ La Habana, ປະເທດກຸຍບາ. ກອງປະຊຸມມີການເຂົ້າຮ່ວມຂອງຜູ້ນຳລັດ, ລັດຖະບານ ຂອງເກືອບ 130 ປະເທດສະມາຊິກ ກຸ່ມ G77, ທ່ານເລຂາທິການໃຫຍ່ ສປຊ ແລະ ການນຳຫຼາຍອົງການຈັດຕັ້ງສາກົນ. ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ນຳໜ້າຄະນະຜູ້ແທນ ຫວຽດນາມ ເຂົ້າຮ່ວມກອງປະຊຸມ.

ກ່າວຄຳເຫັນທີ່ ກອງປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເຈິ່ນຮົ່ງຮ່າ ໄດ້ເນັ້ນໜັກວ່າ: ຖ້າວິທີການໃນການປ້ອງກັນ, ຕ້ານພະຍາດໂຄວິດ - 19 ແມ່ນວັກຊິນ, ວິທີການໃນຄວາມມານະພະຍາຍາມຕ້ານການປ່ຽນແປງຂອງດິນຟ້າອາກາດ ແມ່ນວິທະຍາສາດ, ເຕັກໂນໂລຢີ ແລະ green hydrogen, ວິທີການ ຂອງບັນດາບັນຫາທົ່ວໂລກແມ່ນການຮ່ວມມື, ຄວາມສາມັກຄີ, ວິທະຍາສາດເຕັກໂນໂລຢີ ແລະ ນະວັດຕະກຳ. ທ່ານຮອງນາຍົກລັດຖະມົນຕີ ສະເໜີບາງການກຳນົດທິດຮ່ວມມືຈຸດສຸມ ຕໍ່ກຸ່ມ G77 ແລະ ຈີນ, ໃນນັ້ນ ຄວາມຮຽກຮ້ອງຕ້ອງການຈຳເປັນທີ່ສຸດແມ່ນຕ້ອງຊຸກຍູ້ການຮ່ວມມືສາກົນ, ຊຸກຍູ້ບຳລຸງສ້າງການພັດທະນາແຫຼ່ງຊັບພະຍາກອນມະນຸດ, ເສີມຂະຫຍາຍຄວາມສາມາດບົ່ມຊ້ອນໃນການປ່ຽນແປງໃໝ່, ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ