ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ ຢຸນໜານ ຫວາງອຸຍປົວ

(VOVWORLD) -ທີ່ການຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ ຢຸນໜານ ຫວາງອຸຍປົວ ໃນຕອນບ່າຍວັນທີ 23 ຕຸລາຢູ່ ສໍານັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ເນັ້ນໜັກວ່າ ຫວຽດນາມ ຖືການພົວພັນກັບ ຢຸຍໜານ ກໍຄືແຂວງ ກວ໋າງຊີ ເປັນສໍາຄັນ ເຊິ່ງເປັນ 2 ທ້ອງຖິ່ນທີ່ມີຊາຍແດນຮ່ວມກັບຫວຽດນາມ.

         ດັ່ງນັ້ນ, ລັດຖະບານຫວຽດນາມ ກໍຄືບັນດາທ້ອງຖິ່ນຂອງຫວຽດນາມ ຈິ່ງໄດ້ເຫັນດີເຫັນພ້ອມກັບຢຸນໜານຮັກສາ ແລະ ເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ກໍຄືການພົບປະແລກປ່ຽນປະຊາຊົນ, ພັດທະນາການຮ່ວມມືການທ່ອງທ່ຽວ, ວັດທະນະທໍາ, ວິທະຍາສາດເຕັກໂນໂລຢີ.

ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ ຢຸນໜານ ຫວາງອຸຍປົວ - ảnh 1ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ເວືອງດິ່ງເຫວ້ ຕ້ອນຮັບທ່ານຮອງເລຂາຄະນະພັກແຂວງ ຢຸນໜານ ຫວາງອຸຍປົວ (ພາບ: VGP)

        ໃນການໄປປະຕິບັດງານຄັ້ງນີ້, ທ່ານ ຫວາງອຸຍປົວ ສະແດງຄວາມປາດຖະໜາຢາກເພີ່ມທະວີຂອບເຂດຂອງການຄ້າລະຫວ່າງສອງຝ່າຍ, ພັດທະນາເຂດການຄ້າເສລີ ເຄືອເຂົາ ໃຫ້ຫຼາຍກວ່າອີກ ແລະປະກອບສ່ວນນໍາ ລາວກາຍ ກາຍເປັນເຂດຮ່ວມມືຂ້າມຊາຍແດນລະຫວ່າງຫວຽດນາມ ແລະ ຈີນ.

        ໂດຍເຫັນດີຕໍ່ຄໍາສະເໜີແນະຂອງທ່ານຮອງເລຂາຄະນະພັກ ຢຸນໜານ ໃນການເພີ່ມທະວີວົງເງິນສົ່ງອອກກັບ ຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫວ້ ໃຫ້ຮູ້ວ່າ ປັດຈຸບັນພວມປະສົບກັບຄວາມຫຍຸ້ງຍາກໃນການສົ່ງອອກສິນຄ້າ, ຜະລິດຕະພັນກະເສດ ຈາກຫວຽດນາມຢູ່ດ່ານຊາຍແດນ ແທັງທຸ໋ຍ ແຂວງຮ່າຢາງ ແລະ ດ່ານຊາຍແດນ ເຕິນແທັງແຂວງລ້າງເຊີນ ໄປຍັງບັນດາແຫ່ງຕ່າງໆຂອງຈີນນັ້ນ ສະເໜີໃຫ້ທ່ານ ຫວາງອຸຍປົວ ແລະ ການນໍາແຂວງຢຸນໜານ ເອົາໃຈໃສ່ແກ້ໄຂ.


ຕອບກັບ

ຂ່າວ/ບົດ​ອື່ນ