ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງຕ້ອນຮັບເອກອັກຄະລັດຖະທູດສ.ເບລາຣຸດ,ອິນເດຍ,ໂຮນລັງ

ທ່ານຮອງນາຍົກລັດຖະມົນຕີຈີ້ງດີງຢູງຕ້ອນຮັບເອກອັກຄະລັດຖະທູດສ.ເບລາຣຸດ,ອິນເດຍ,ໂຮນລັງ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິ​ນ​ເດຍ Harish Parvathaneni
ພາບ:baoquocte.vn

(vovworld)- ຕອນ​ເຊົ້າ​ວັນ​ທີ 28/3, ຢູ່ ສຳ​ນັກ​ງານ ລັດ​ຖະ​ບ​ານ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ໄດ້​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​. ເບ​ລາ​ຣຸດ, ອິນ​ເດຍ ແລະ ໂຮນ​ລັງ. ທີ່​ການ​ຕ້ອນ​ຮັບທ່ານ ເອກ​ອັກ​ຄະ​ລັດ​ຖະ​ທູດ ສ​. ເບ​ລາ​ຣຸດ, ທ່ານ Vlamimir Goshin, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ຖື​ວ່າ: ເພື່ອ​ປະ​ຕິ​ບັດ​ບັນ​ດາ​ຂໍ້​ຕົກ​ລົງ​ຊື່ງ​ການ​ນຳ​ຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ເປັນ​ເອກ​ະ​ພາບ ພ້ອມ​ທັງ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ​ຢ່າງ​ແທ້​ຈິງ, ສອງ​ຝ່າຍ​ຄວນ​ຍູ້​ແຮງ​ບັນ​ດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ໃນ​ທຸກ​ຂົງ​ເຂດ, ພິ​ເສດ​ແມ່ນ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ.

ທີ່​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ອິ​ນ​ເດຍ Harish Parvathaneni, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ຢືນ​ຢັນ: ນະ​ໂຍ​ບາຍ​ສະ​ເຫມີ​ຕົ້ນ​ສະ​ເຫມີ​ປາຍ​ຂອງ​ຫວຽດ​ນາມ ຍາມ​ໃດ​ກໍ​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ກັບ ອິນ​ເດຍ ເປັນ​ສ​ຳ​ຄັນ, ສະ​ຫ​ນັບ​ສະ​ຫ​ນູນ​ນະ​ໂຍ​ບາຍ “ການ​ກະ​ທຳ​ມຸ່ງ​ໄປ​ເຖິງ​ທິດ​ຕາ​ເວັນ​ອອກ” ແລະ ປາດ​ຖະ​ຫ​ນາ​ວ່າ ອິນ​ເດຍ ມີ​ບົດ​ບາດ, ທີ່​ຕັ້ງ​ສູງກວ່າ​ຢູ່ ພາກ​ພື້ນ ແລະ ໃນ​ໂລກ. ສອງ​ຝ່າຍ​ເພີ່ມ​ທະ​ວີ​ການ​ລົງ​ທຶນ​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ​ອິນ​ເດຍ ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ.

ທີ່​ການ​ຕ້ອນ​ຮັບ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໂຮນ​ລັງ, ທ່ານ​ນາງ Nienke Trooster, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຈີ້ງ​ດີງ​ຢູງ ຢືນ​ຢັນ: ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ, ປົກ​ປັກ​ຮັກ​ສາ​ແຫລ່ງ​ນ້ຳ, ພັດ​ທະ​ນາ​ກະ​ສິ​ກຳ​ແບບ​ຍືນ​ຍົງ​ແມ່ນ​ການ​ບຸ​ລິ​ມະ​ສິດ​ຂອງ​ຫວຽດ​ນາມ.


ຕອບກັບ

ຂ່າວ/ບົດ​ອື່ນ