ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ເຂົ້າຮ່ວມພິທີອອກເຄື່ອນທັບຊາວໜຸ່ມອາສາສະໝັກ ລະດູແລ້ງ ປີ 2019

(VOVWORLD) -       ຕອນເຊົ້າວັນທີ 02 ມິຖຸນາ, ຢູ່ແຂວງ ບັກກ້ານ ຂອງຫວຽດນາມ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈໍາການລັດຖະບານຫວຽດນາມ ເຈືອງຮວ່າບິ່ງ ໄດ້ເຂົ້າຮ່ວມພິທີອອກເຄື່ອນທັບ ບັ້ນຂົນຂວາຍຊາວໜຸ່ມອາສາສະໝັກ ລະດູແລ້ງ 2019 ໂດຍ ສູນກາງຄະນະຊາວໜຸ່ມ ກອມມູນິດ ໂຮ່ຈີມິນ ປຸກລະດົມ.
ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ ເຂົ້າຮ່ວມພິທີອອກເຄື່ອນທັບຊາວໜຸ່ມອາສາສະໝັກ ລະດູແລ້ງ ປີ 2019 - ảnh 1 ທ່ານຮອງນາຍົກລັດຖະມົນຕີຜູ້ປະຈໍາການລັດຖະບານ ເຈືອງຮວ່າບິ່ງ (ພາບ: tuoitre.vn)

        ບັ້ນຂົນຂວາຍຊາວໜຸ່ມອາສາສະໝັກລະດູແລ້ງ 2019 ລວມມີລາຍການ: “ຕໍ່ກໍາລັງແຮງໃຫ້ແກ່ການສອບເສັງ” ແລະ 4 ບັ້ນຂົນຂວາຍຄື: “ລະດູແລ້ງອາສາສະໝັກ”, “ດອກຝາງແດງ”, “ລະດູພັກແລ້ງບໍລິຈາກ”, “ຊາວໜຸ່ມອາສາສະໝັກເຄື່ອນທັບ”. ການເຄື່ອນໄຫວຂອງບັ້ນຂົນຂວາຍປີນີ້ ໄດ້ສຸມໃສ່ບັນດາເນື້ອໃນຄື ເຂົ້າຮ່ວມການສ້າງຊົນນະບົດໃໝ່; ແນະນໍາເຕັກນິກ, ຖ່າຍທອດວິທະຍາສາດເຕັກໂນໂລຢີ; ໜູນຊ່ວຍການກູ້ຢືມທຶນ; ສ້າງບັນດາຮູບແບບ ເສດຖະກິດໃຫ້ແກ່ຊາວໜຸ່ມຊົນນະບົດ.

        ກໍໃນຕອນເຊົ້າຂອງວັນດຽວກັນ, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮວ່າບິ່ງ ໄດ້ໄປຢ້ຽມຢາມເຂດປູຊະນີຍະສະຖານປະຫວັດສາດ ນ່າຕູ, ຢູ່ຕາແສງເກິມຢ່າງ, ເມືອງ ແບັກທົງ ແລະ ເຂົ້າຮ່ວມພິທີເລີ່ມລົງມືກໍ່ສ້າງ ຫໍວັດທະນະທໍາບ້ານ ຕົ໋ງມູ໊, ຕາແສງ ເຢືອງຟອງ, ເມືອງ ແບັກທົງ, ແຂວງບັກກ້ານ.


ຕອບກັບ

ຂ່າວ/ບົດ​ອື່ນ