ທ່ານຮອງນາຍົກລັດຖະມົນຕີຟ້າມບີງມິງກວດກາວຽກງານກະກຽມໃຫ້ກອງປະຊຸມຂັ້ນສູງAPECຢູ່ດ່າໜັງ

ທ່ານຮອງນາຍົກລັດຖະມົນຕີຟ້າມບີງມິງກວດກາວຽກງານກະກຽມໃຫ້ກອງປະຊຸມຂັ້ນສູງAPECຢູ່ດ່າໜັງ - ảnh 1
ທ່ານ​ຟ້າ​ມບີ​ງມິ​ງ ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ
​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັງ

(vovworld) - ຕອນ​ເຊົ້າ​ວັນ​ທີ 30/07 ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຟ້າ​ມບີ​ງມິ​ງ ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ລັດຖະບານ ​ເຮັດ​ວຽກ​ກັບ​ຄະນະ​ກຳມະການ​ປະຊາຊົນ​ນະຄອນ ດ່າ​ໜັງ ກ່ຽວ​ກັບ​ສະພາບ​ການ​ນຳ​ໃຊ້​ທຶນ ODA, ວຽກ​ງານ​ການ​ຕ່າງປະ​ເທດ ​ແລະ ການກະກຽມ​ຈັດ​ຕັ້ງ​ສັບປະດາ​ດຳ​ເນີນກອງ​ປະຊຸມ​ຂັ້ນ​ສູງ APEC 2017. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ສະ​ເໜີ​ນະຄອນ​ສຸມ​ໃສ່​ເລືອກ​ເຟັ້ນບັນດາ​ນັກ​ລົງທຶນ​ເຂົ້າ​ ​ບັນດາ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີສູງ, ພ້ອມ​ທັງ ຮຽກຮ້ອງ​ບັນດາ​ອົງການ​ສຳນັກງານ​ຂອງ​ກະຊວງ​ການ​ຕ່າງປະ​ເທດ ສື​ບຕໍ່​ໜູນ​ຊ່ວຍ​ນະຄອນ ດ່າ​ໜັງ ​ໂຄສະນາ​ຮູບ​ພາບ, ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນກັບ​ອົງການ​ຕາງ​ໜ້າຕ່າງ​ປະ​ເທດ​ປະຈຳ ຫວຽດນາມ. ກ່ຽວ​ກັບ​ວຽກ​ງານ​ກະກຽມ​​ໃຫ້​ສັບປະດາ​ດຳ​ເນີນກອງ​ປະ​ຊຸມ​ຂັ້ນ​ສູງ APEC 2017, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ຊີ້​ແຈ້​ງວ່າ:

        “APEC 2017 ​ແມ່ນ​ກາລະ​ໂອກາດ​ໃຫຍ່ ​ໃນ​ການດຶງ​ດູດການ​ລົງທຶນ, ຊຸກຍູ້​ກ່ຽວ​ກັບ​ດ້ານ​ການ​ຄ້າ, ການທ່ອງທ່ຽວ…​ຂ້າພະ​ເຈົ້າ​ສະ​ເໜີ​​ໃຫ້ນະຄອນ ໜູນ​ໃຊ້​ກາລະ​ໂອກາດ​ນີ້ ຢ່າງ​ສຸດຂີດ ເພື່ອ​ໃຫ້​ໃນ​ໄລຍະຈັດ​ຕັ້ງ​ສັບປະດາ​ດຳ​ເນີນກອງ​ປະຊຸມ​ຂັ້ນ​ສູງ APEC, ຈະມີ​ແຜນການ​ ໂຄສະນາ​ເຜີຍ​ແຜ່, ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ ​ເມື່ອ​ຕິດ​ພັນ​ກັບ​ເຫດການ​ໃຫຍ່​ຄື​ດັ່ງກ່າວ ​ເສດຖະກິດ​ກໍ່ຕ້ອງ​ພັດທະນາ​ຂຶ້ນ”

        ກ່ຽວຂ້ອງ​ເຖິງ​ເລື່ອ​ງນຳ​ໃຊ້​ທຶນ ODA, ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ຖື​ວ່າ: ດ່າ​ໜັງ ມີ​ບົດຮຽນ​ດີທີ່​ສຸດ ນັ້ນ​ແມ່ນ​ໄດ້​ສ້າງ​ຕັ້ງ ສະພາ​ບໍລິຫາ​ນ​ໂຄງການ, ຄຸ້ມ​ຄອງ​ທຶນ​ຢ່າງມີ​ປະສິດທິ​ຜົນ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຟ້າ​ມບີ​ງມິ​ງ ສະ​ເໜີ​ວ່າ: ຈາກ​ບົດຮຽນ​ຂອງ​ຕົນ, ນະຄອນ ດ່າ​ໜັງ ສືບ​ຕໍ່​ຄົ້ນຄວ້າ, ປະກອບ​ຄຳ​ເຫັນ​ໃຫ້​ລັດຖະບານ ​ເພື່ອ​ມີ​ກົນ​ໄກ​ນຳ​ໃຊ້​​ແຫຼ່ງທຶນ ODA ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃຫ້​ດີ​ກ່ວາ​ເກົ່າ.

ຂ່າວ/ບົດ​ອື່ນ