ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວເປັນປະທານກອງປະຊຸມຄະນະກຳມະການຄຸ້ມຄອງທຶນແຫ່ງລັດ

(VOVWORLD) -ຕອນບ່າຍວັນທີ 16 ມັງກອນຢູ່ ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ, ຫົວຫນ້າຫນ່ວຍປະຕິບັດງານຂອງນາຍົກລັດຖະມົນຕີກ່ຽວກັບການສ້າງຕັ້ງ ຄະນະກຳມະການຄຸ້ມຄອງທຶນແຫ່ງລັດໃນ ວິສາຫະກິດ ໄດ້ເປັນປະທານການປະຊຸມຄັ້ງທຳອິດ ພາຍຫລັງຫນ່ວຍຊ່ວຍວຽກໂດຍທ່ານນາຍົກລັດຖະມົນຕີເຊັນອະນຸມັດໃຫ້ສ້າງຕັ້ງເມື່ອວັນທີ 15 ມັງກອນປີ 2018 ເອີ້ນຫຍໍ້ວ່າ ຫນ່ວຍປະຕິບັດງານ 66).
ທ່ານຮອງນາຍົກລັດຖະມົນຕີເວືອງດີງເຫ້ວເປັນປະທານກອງປະຊຸມຄະນະກຳມະການຄຸ້ມຄອງທຶນແຫ່ງລັດ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ

ທີ່ການປະຊຸມ, ບັນດາສະມາຊິກໄດ້ຮັບຟັງການລາຍງານກ່ຽວກັບຮ່າງກົດລະບຽບການເຄື່ອນໄຫວຫນ່ວຍປະຕິບັດງານ 66, ປະກອບຄຳເຫັນໃສ່ການສ້າງຕັ້ງ, ປະກາດໃຊ້ມະຕິຂອງລັດຖະບານກ່ຽວກັບການສ້າງຕັ້ງຄະນະກຳມະການຄຸ້ມຄອງທຶນແຫ່ງລັດໃນ ວິສາຫະກິດ ຕາມມະຕິຂອງລັດຖະບານກ່ຽວກັບໂຄງຮ່າງການຈັດຕັ້ງ, ບົດບາດຫນ້າທີ່ຂອງຄະນະກຳມະການ.

ເມື່ອສະຫລຸບການປະຊຸມ, ທ່ານຮອງນາຍົກລັດຖະມົນຕີ ເວືອງດີງເຫ້ວ ໄດ້ຮຽກຮ້ອງຕ້ອງສ້າງຕັ້ງຄະນະກຳມະການດັ່ງກ່າວໂດຍໄວຕາມເນື້ອໃຈຈິດໃຈການຊີ້ນຳຂອງພັກ, ສະພາແຫ່ງຊາດ ແລະ ລັດຖະບານ. ພ້ອມທັງ ສະເຫນີບັນດາກະຊວງ, ຂະແຫນງການສືບຕໍ່ເລັ່ງລັດຄວາມຄືບຫນ້າຫັນເປັນຫຸ້ນສ່ວນ, ຂາຍທຶນໃນບັນດາລັດວິສາຫະກິດໃນປີ 2018 ຕາມແຜນການ, ຄວາມຄືບຫນ້າທີ່ໄດ້ວາງອອກ. 

ຕອບກັບ

ຂ່າວ/ບົດ​ອື່ນ