ທ່ານ​ຮອງ​ນາຍ​ົດ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢ້ຽມ​ຢາມ, ອວຍ​ພອນ​ບຸ​ນ​ເຕັດ​ແພດ​ໝໍ, ທ່ານ​ໝໍ ແລະ ກວດ​ກາ​ວຽກ​ງານ​ສັກ​ວັກ​ຊິ​ນ​ກັນ​ໂຄວິດ - 19

(VOVWORLD) -ຕອນເຊົ້າວັນທີ 31 ມັງກອນ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ, ຮອງຫົວໜ້າຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄດ້ລົງຢ້ຽມຢາມ, ອວຍພອນບຸນເຕັດແພດໝໍ ໂຮງໝໍປອດສູນກາງ (ຮ່າໂນ້ຍ).
 ທ່ານ​ຮອງ​ນາຍ​ົດ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ຢ້ຽມ​ຢາມ, ອວຍ​ພອນ​ບຸ​ນ​ເຕັດ​ແພດ​ໝໍ, ທ່ານ​ໝໍ ແລະ ກວດ​ກາ​ວຽກ​ງານ​ສັກ​ວັກ​ຊິ​ນ​ກັນ​ໂຄວິດ - 19 - ảnh 1ທ່ານ ຫວູດຶກດາມ ຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ສຸກສາລາເຄື່ອນທີ່ບ້ານ ວິງຟຸກ, ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ (ພາບ: VGP)

 ໂດຍຮັບຮູ້ການອຸທິດສ່ວນຂອງຖັນແຖນແພດໝໍ, ທ່ານໝໍ, ພາລະກອນ ແລະ ພະນັກງານການແພດຂອງ ໂຮງໝໍປອດສູນກາງ, ທ່ານຮອງນາຍົກລັດຖະມົນຕີ ຫວູດຶກດາມ ໄດ້ເນັ້ນໜັກວ່າ ປັດຈຸບັນ, ໂລກລະບາດໂຄວິດ - 19 ມີການຜັນແປ່ຢ່າງສັບສົນ, ຊ້ອນແຝງຄວາມສ່ຽງຫຼາຍຢ່າງຂອງເຊື້ອໄວຣັດສາຍພັນໃໝ່ Omicron ແລະ ອາດຈະປະກົດຂຶ້ນເຊື້ອໄວຣັດກາຍພັນໃໝ່ຂອງ ເຊື້ອໄວຣັດ SARS – CoV -2. ເພາະສະນັ້ນ, ຖັນແຖວແພດໝໍ, ທ່ານໝໍ, ພາລະກອນການແພດ ແລະ ພະນັກງານໂຮງໝໍປອດສູນກາງ ຄວນສືບຕໍ່ເສີມຂະຫຍາຍບົດບາດຄວາມຮັບຜິດຊອບ, ມານະພະຍາຍາມ ເພື່ອເບິ່ງແຍງດູແລສຸຂະພາບ ໃຫ້ແກ່ຜູ້ຕິດເຊື້ອ, ພິເສດແມ່ນໃນໂອກາດບຸນເຕັດປະຈຳຊາດ. ທ່ານເນັ້ນໜັກວ່າ:

ພວກເຮົາມານະພະຍາຍາມເພື່ອຕ້ອນຮັບບຸນເບັດຢ່າງປອດໄພ. ສຳລັບໂຮງໝໍປອດສູນກາງ, ພວກເຮົາຄວບຄຸມໄດ້ໂລກລະບາດໂຄວິດ - 19 ແລ້ວ ແຕ່ສິ່ງສຳຄັນແຖວໜ້າໃນປັດຈຸບັນ ແລະ ຫຼັງໂຄວິດ - 19 ແມ່ນ ພວກເຮົາຍັງຕ້ອງປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19 ເປັນຢ່າງດີ, ບັນດາພະຍາດປົກກະຕິກໍ່ດີກ່ວານີ້ອີກ. ໃນເງື່ອນໄຂປັດຈຸບັນ, ຖັນແຖວແພດໝໍຕ້ອງຮ່ວມມືກັນຢ່າງແໜ້ນແຟ້ນ, ລະດົມກຳລັງໃຈເຊິ່ງກັນແລະກັນ, ມານະພະຍາຍາມເພື່ອປິ່ນປົວໃຫ້ຜູ້ຕິດພະຍາດອື່ນໆໃຫ້ດີທີ່ສຸດ.

ແລະກໍ່ໃນຕອນເຊົ້າວັນທີ 31 ມັງກອນ, ທ່ານ ຫວູດຶກດາມ ໄດ້ລົງຢ້ຽມຢາມ, ມອບຂອງຂວັນໃຫ້ແກ່ສຸກສາລາເຄື່ອນທີ່ບ້ານ ວິງຟຸກ, ເມືອງ ບາດິ່ງ, ນະຄອນຮ່າໂນ້ຍ ແລະ ກວດກາວຽກງານສັກວັກຊິນກັນໂຄວິດ - 19 ຢູ່ ບ້ານດັ່ງກ່າວ.

ຕອບກັບ

ຂ່າວ/ບົດ​ອື່ນ