ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ອວຍ​ພອນ​ບຸນ​ເຕັດ Chol Chnam Thmay ​ແກ່ພໍ່​ແມ່​ປະ​ຊາ​ຊົນເຜົ່າ ​ຂະ​ແມ

(VOVWORLD) -ທ່ານ ເຈິ່ນແທັງເໝີນ ມີຄວາມປາດຖະໜາຢາກ ໃນໄລຍະຈະມາເຖິງ, ສະມາຄົມ ແລະ ພໍ່ແມ່ປະຊາຊນເຜົ່າຂະແມ ຈະສືບຕໍ່ສາມັກຄີກັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຈັດຕັ້ງບັນດາການເຄື່ອນໄຫວ, ວັນບຸນວັດທະນາທຳທີ່ເປັນມູນເຊື້ອ, ຕ້ອນຮັບບຸນເຕັດຢ່າງມ່ວນຊຶນ, ປອດໄພ, ພ້ອມທັງສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ “ທັງພັດທະນາເສດຖະກິດ, ທັງປ້ອງກັນສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ”. 
ທ່ານ​ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ ອວຍ​ພອນ​ບຸນ​ເຕັດ Chol Chnam Thmay ​ແກ່ພໍ່​ແມ່​ປະ​ຊາ​ຊົນເຜົ່າ ​ຂະ​ແມ - ảnh 1ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ມອບຂອງຂວັນໃຫ້ແກ່ພິກຂຸສາມະເນນເຜົ່າຂະແມ (ພາບ: TTXVN)

ວັນທີ 10 ເມສາ, ທ່ານ ເຈິ່ນແທັງເໝີນ, ຮອງປະທານຜູ້ປະຈຳການສະພາແຫ່ງຊາດ, ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ອວຍພອນບຸນເຕັດ Chol Chnam Thmay ແກ່ພິກຂຸສາມະເນນ, ພໍ່ແມ່ປະຊາຊົນ, ພຸດທະສາສະນິກະຊົນ ເຜົ່າ ຂະແມ ໃນສະມາຄົມສາມັກຄີ ພິກຂຸສາມະເນນ ຮັກຊາດແຂວງຊອກຈັງ, ເນື່ອງໃນໂອກາດບຸນເຕັດ Chol Chnam Thmay ຂອງພໍ່ແມ່ປະຊາຊົນເຜົ່າ ຂະແມ.

        ທ່ານ ເຈິ່ນແທັງເໝີນ ມີຄວາມປາດຖະໜາຢາກ ໃນໄລຍະຈະມາເຖິງ, ສະມາຄົມ ແລະ ພໍ່ແມ່ປະຊາຊົນເຜົ່າຂະແມ ຈະສືບຕໍ່ສາມັກຄີກັນ, ຜ່ານຜ່າທຸກຄວາມຫຍຸ້ງຍາກ, ຈັດຕັ້ງບັນດາການເຄື່ອນໄຫວ, ວັນບຸນວັດທະນາທຳທີ່ເປັນມູນເຊື້ອ, ຕ້ອນຮັບບຸນເຕັດຢ່າງມ່ວນຊຶນ, ປອດໄພ, ພ້ອມທັງສືບຕໍ່ປະຕິບັດເປົ້າໝາຍຄວບຄູ່ “ທັງພັດທະນາເສດຖະກິດ, ທັງປ້ອງກັນສະກັດກັ້ນໂລກລະບາດຢ່າງມີປະສິດທິຜົນ”. ທ່ານກ່າວວ່າ:

        ຂ້າພະເຈົ້າໄດ້ຮູ້ວ່າ ສະມາຄົມ ໄດ້ຂົນຂວາຍພໍ່ແມ່ປະຊາຊົນ, ພຸດທະສາສະນິກະຊົນຕັ້ງໜ້າເຂົ້າຮ່ວມບັ້ນຂົນຂວາຍທົ່ວປວງຊົນສາມັກຄີກັນສ້າງເຂດຊົນນະບົດໃໝ່, ຕົວເມືອງອັດສະລິຍະ, ຫຼຸດຜ່ອນຄວາມທຸກຍາກແບບຍືນຍົງ, ຊາວຫວຽດນາມ ບຸລິມະສິດຊົມໃຊ້ສິນຄ້າ ຫວຽດນາມ, ຂະບວນການສົ່ງເສີມການຮຽນ, ສົ່ງເສີມຜູ້ມີຄວາມເກັ່ງກ້າສາມາດ, ກໍ່ສ້າງສັງຄົມແຫ່ງການຮ່ຳຮຽນ. ຂ້າພະເຈົ້າຂໍສະແດງຄວາມຮັບຮູ້ ແລະ ຍ້ອງຍໍຊົມເຊີຍບັນດາຜົນງານ ແລະ ການປະກອບສ່ວນອັນແທດຈິງຂອງ ສະມາຄົມສາມັກຄີ ພິກຂຸສາມະເນນ ຮັກຊາດ ແຂວງຊອກຈັງ ແລະ ປະຊາຊົນເຜົ່າຂະແມໝົດທຸກຄົນໃນແຂວງ. 

ຕອບກັບ

ຂ່າວ/ບົດ​ອື່ນ