ທ່ານຮອງປະທານສະພາແຫ່ງຊາດໂດບາຕິ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ

(VOVWORLD) -ຕອນບ່າຍວັນທີ 21 ພະຈິກ, ທີ່ສຳນັກງານສະພາແຫ່ງຊາດ, ທ່ານຮອງປະທານສະພາແຫ່ງຊາດ ຫວຽດນາມ ໂດບາຕິ, ປະທານກຸ່ມສະມາຊິກສະພາແຫ່ງຊາດມິດຕະພາບ ຫວຽດນາມ - ຈີນ, ໄດ້ຕ້ອນຮັບ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳຫວຽດນາມ ໂຄງແຊ໋ວຢູງ.

ທ່ານຮອງປະທານສະພາແຫ່ງຊາດໂດບາຕິ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ - ảnh 1 ທ່ານຮອງປະທານສະພາແຫ່ງຊາດໂດບາຕິ ຕ້ອນຮັບເອກອັກຄະລັດຖະທູດຈີນ ປະຈຳຫວຽດນາມ

(ພາບ: quochoitv.vn)

ທີ່ການຕ້ອນຮັບ, ທ່ານຮອງປະທານສະພາແຫ່ງຊາດ ໂດບາຕິ ມີຄວາມເຊື່ອໝັ້ນຕໍ່ການຊີ້ນຳ-ນຳພາຂອງພັກຄອມມູນິດຈີນ ແລະ ບົດບາດ ຂອງ ທ່ານເລຂາທິການໃຫຍ່ຄະນະບໍລິຫານງານສູນກາງພັກຄອມມູນິດຈີນ, ປະທານປະເທດແຫ່ງ ສາທາລະນະລັດ ປະຊາຊົນຈີນ ສີຈິນຜິງ, ຈີນຈະບັນລຸໄດ້ໝາກຜົນຫຼາຍຢ່າງໃນໄລຍະຈະມາເຖິງ. ທ່ານຮອງປະທານສະພາແຫ່ງຊາດ ໂດບາຕິ ປາຖະໜາວ່າ, ທ່ານເອກອັກຄະລັດຖະທູດ ຈີນ ໂຄງແຊ໋ວຢູງ ຈະປະກອບສ່ວນເຫື່ອແຮງເພີ່ມທະວີການພົວພັນລະຫວ່າງ ສະພາແຫ່ງຊາດສອງປະເທດ ເວົ້າສະເພາະ ແລະ ການພົວພັນສອງປະເທດ ເວົ້າລວມ ໃຫ້ຍິ່ງກວ່າອີກ.

        ສ່ວນ ທ່ານເອກອັກຄະລັດຖະທູດ ຈີນ ປະຈຳຫວຽດນາມ ໂຄງແຊ໋ວຢູງ ໃຫ້ຄຳໝັ້ນສັນຍາວ່າ ຈະປະກອບສ່ວນເຫື່ອແຮງຂອງຕົນເພື່ອຊຸກຍູ້ການພົວພັນຄູ່ຮ່ວມຍຸດທະສາດແບບຮອບດ້ານ ຫວຽດນາມ - ຈີນ.

ຕອບກັບ

ຂ່າວ/ບົດ​ອື່ນ