ທ່ານ​ຮອງ​ຜູ້​ຕາງ​ໜ້າ​ທີ​ໜຶ່ງ​ຂອງ ລັດ​ເຊຍ ປະ​ຈຳ ສ​ປ​ຊ ຍົກ​​ອອກເງື່ອນ​ໄຂ ​ລັດ​ເຊຍ ຢຸດ​ຕິ​ບັ້ນ​ການ​ທະ​ຫານ​ພິ​ເສດ​

(VOVWORLD) -ໃນການໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານ UNHerd News ຂອງ ອັງກິດ, ທີ່ໄດ້ປະກາດໃນວັນທີ 12 ພຶດສະພາ, ທ່ານ Dmitry Polyansky ຖືວ່າ ບັ້ນການທະຫານພິເສດຂອງ ລັດເຊຍອາດຈະແກ່ຍາວຍ້ອນບັນດາປະເທດຝ່າຍຕາເວັນຕົກ. 
ທ່ານ​ຮອງ​ຜູ້​ຕາງ​ໜ້າ​ທີ​ໜຶ່ງ​ຂອງ ລັດ​ເຊຍ ປະ​ຈຳ ສ​ປ​ຊ ຍົກ​​ອອກເງື່ອນ​ໄຂ ​ລັດ​ເຊຍ ຢຸດ​ຕິ​ບັ້ນ​ການ​ທະ​ຫານ​ພິ​ເສດ​ - ảnh 1ທ່ານຮອງຜູ້ຕາງໜ້າທີໜຶ່ງຂອງ ລັດເຊຍ ປະຈຳ ສປຊ Dmitry Polyansky (ພາບ: AP)

ວັນທີ 12 ພຶດສະພາ, ຕາມທ່ານຮອງຜູ້ຕາງໜ້າທີໜຶ່ງຂອງ ລັດເຊຍ ປະຈຳ ສປຊ Dmitry Polyansky ແລ້ວ, ເມື່ອ Kiev ຍອມຮັບຕົວຈິງທີ່ວ່າ ປະຊາຊົນຢູ່ທາງທິດຕາເວັນອອກ ຢູແກຼນ “ມີສິດໄດ້ດຳລົງຊີວິດຕາມຄວາມຕ້ອງການຂອງເຂົາເຈົ້າ”, ບັ້ນການທະຫານພິເສດຈະຢຸດຕິລົງ.

ໃນການໃຫ້ສຳພາດຕໍ່ນັກຂ່າວສຳນັກຂ່າວສານ UNHerd News ຂອງ ອັງກິດ, ທີ່ໄດ້ປະກາດໃນວັນທີ 12 ພຶດສະພາ, ທ່ານ Dmitry Polyansky ຖືວ່າ ບັ້ນການທະຫານພິເສດຂອງ ລັດເຊຍອາດຈະແກ່ຍາວຍ້ອນບັນດາປະເທດຝ່າຍຕາເວັນຕົກ. ຖ້າຫາກວ່າ ບັນດາປະເທດຝ່າຍຕາເວັນຕົກພະຍາຍາມສະກັດກັ້ນການປະທະກັນດ້ວຍການ ຖອກນ້ຳມັນໃສ່ໄຟ, ມັນກໍ່ຈະແກ່ຍາວຕື່ມອີກ. ເຖິງຢ່າງໃດກໍ່ຕາມ, ສິ່ງນີ້ຈະບໍ່ປ່ຽນແປງຈັງຫວະລວມຂອງການປະທະກັນ, ບໍ່ສາມາດສະກັດກັ້ນລັດເຊຍ ບັນລຸໄດ້ບັນດາເປົ້າໝາຍທີ່ວາງອອກ.

ຕອບກັບ

ຂ່າວ/ບົດ​ອື່ນ